ໃນທ່າມກາງສະພາບເສດຖະກິດທີ່ມີຄວາມທ້າທາຍ ແລະ ລາຄານ້ຳມັນເຊື້ອໄຟທີ່ຜັນຜວນ ນະຄອນຫຼວງວຽງຈັນ ຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຍົກລະດັບການບໍລິການຂົນສົ່ງສາທາລະນະໃຫ້ທັນສະໄໝຂຶ້ນຕື່ມອີກກ້າວໜຶ່ງ ດ້ວຍການເປີດທົດລອງນຳໃຊ້ ລົດເມດ່ວນ (Bus Rapid Transit ຫຼື BRT) ໂດຍບໍ່ເສຍຄ່າບໍລິການເປັນເວລາ 2 ເດືອນເຕັມ.
ການເປີດບໍລິການ BRT ໃນຄັ້ງນີ້ ຖືເປັນມາດຕະການສຳຄັນເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນໃນການຫຼຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງທ່າມກາງວິກິດການນ້ຳມັນເຊື້ອໄຟທີ່ສະໜອງບໍ່ພຽງພໍ ດ້ວຍການນຳໃຊ້ “ເລນສະເພາະ” ລົດເມ BRT ຈະສາມາດແລ່ນຜ່ານເຂດການສັນຈອນທີ່ແອອັດໄດ້ຢ່າງວ່ອງໄວ ເຮັດໃຫ້ຜູ້ໂດຍສານສາມາດກຳນົດເວລາເດີນທາງໄດ້ຢ່າງຊັດເຈນ ແລະ ປອດໄພກວ່າການນຳໃຊ້ລົດສ່ວນຕົວ
ໄລຍະເວລາ ເລີ່ມແຕ່ວັນທີ 10 ມີນາ ຫາ 9 ພຶດສະພາ 2026 ບໍລິການ ວັນຈັນ ຫາ ວັນອາທິດ (ທຸກມື້) ເວລາ 7:00 – 22:00 ໂມງ ຊົ່ວໂມງເລັ່ງດ່ວນ (7:00-9:00 ແລະ 16:00-18:00) ລົດອອກທຸກໆ 6-7 ນາທີ ລົດອອກທຸກໆ 10-15 ນາທີ.

ເສັ້ນທາງບໍລິການເລີ່ມຈາກສະຖານີດົງໂດກ (ໜ້າມະຫາວິທະຍາໄລແຫ່ງຊາດ) ມຸ່ງໜ້າສູ່ ສະຖານີຕະຫຼາດເຊົ້າ ໂດຍຈະຈອດຮັບ-ສົ່ງຜູ້ໂດຍສານທັງໝົດ 19 ສະຖານີ ທີ່ກວມເອົາເຂດເສດຖະກິດ ແລະ ການສຶກສາທີ່ສຳຄັນ ເຊັ່ນ: ເຮືອນພັກຊີເກມ ຊ້າງຄູ້ ທາງ 450 ປີ ພະຂາວ ໂຮງຮຽນ SOS ຫໍພິພິທະພັນໄກສອນ ພົມວິຫານ ສູນ ICTC ໂພນເຄັງ ປະຕູໄຊ ແລະ ທາດຝຸ່ນ.
ການຫັນມານຳໃຊ້ລົດເມ BRT ບໍ່ພຽງແຕ່ຊ່ວຍປະຢັດເງິນໃນກະເປົາຂອງທ່ານເທົ່ານັ້ນ ແຕ່ຍັງເປັນການປະກອບສ່ວນອັນສຳຄັນໃນການຫຼຸດຜ່ອນການນຳໃຊ້ນ້ຳມັນເຊື້ອໄຟ ຫຼຸດຜ່ອນມົນລະພິດທາງອາກາດ ແລະ ແກ້ໄຂບັນຫາການຈະລະຈອນຕິດຂັດຢ່າງຍືນຍົງ ເພື່ອສ້າງນະຄອນຫຼວງວຽງຈັນ ໃຫ້ເປັນເມືອງທີ່ໜ້າຢູ່ ສະອາດ ແລະ ມີລະບຽບຮຽບຮ້ອຍ.
ຈຶ່ງຂໍເຊີນຊວນພໍ່ແມ່ປະຊາຊົນ ພະນັກງານ ທະຫານ ຕຳຫຼວດ ຕະຫຼອດຮອດນັກຮຽນ-ນັກສຶກສາທຸກຄົນ ຫັນມານຳໃຊ້ບໍລິການລົດເມດ່ວນ BRT ໃຫ້ຫຼາຍຂຶ້ນ ເພື່ອຊີວິດການເດີນທາງທີ່ສະດວກສະບາຍ ແລະ ປະຢັດກວ່າເກົ່າ.

