Homeຂ່າວໜ້າໜຶ່ງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເຂົ້າຢ້ຽມຄຳນັບ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເຂົ້າຢ້ຽມຄຳນັບ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ

ໃນວັນທີ 17 ມີນາ 2026 ທີ່ໂຮງແຮມຄຣາວພລາຊາ ທ່ານ ປອ.ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຄຳນັບພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ໃນໂອກາດສະເດັດມາຢ້ຽມຢາມລັດຖະກິດ ສປປ ລາວ ໃນລະຫວ່າງວັນທີ 16-18 ມີນາ 2026.

ໂອກາດດັ່ງກ່າວ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມ ວິຫານ ໄດ້ສະແດງຄວາມປິຕິຍິນດີ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ມີໂອກາດເຂົ້າຢ້ຽມຄຳນັບພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ໃນໂອກາດທີ່ມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນຄັ້ງນີ້ ພ້ອມທັງໄດ້ແຈ້ງໃຫ້ຊາບວ່າ ປະຊາຊົນລາວບັນດາເຜົ່າ ມີຄວາມປິຕິຍິນດີເປັນຢ່າງ ຍິ່ງ ແລະ ຄອງຄອຍໂອກາດອັນເປັນມົງຄຸນ ໃນການຕ້ອນຮັບການສະເດັດມາຢ້ຽມຢາມ ສປປ ລາວ ຂອງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ໃນຄັ້ງນີ້.

ໂອກາດອັນເປັນສິລິມົງຄຸນນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະ ນາຢ່າງຕໍ່ເນື່ອງຕະຫຼອດມາ ເຊິ່ງໄດ້ສະແດງອອກໃນການ ແລກປ່ຽນການຢ້ຽມຢາມຂອງປະມຸກລັດທັງສອງປະເທດ ກໍຄື ການນຳໃນລະດັບຕ່າງໆ.

ໂອກາດດັ່ງກ່າວ ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ ຜ່ານໂຄງການພະລາຊະດໍາລິຕ່າງໆ ທີ່ໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ການພັດທະນາ ສປປ ລາວ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນລາວ.

ປະທານສະພາແຫ່ງຊາດລາວ ຍັງໄດ້ແຈ້ງໃຫ້ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ຊາບກ່ຽວ ກັບຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະ ການກະກຽມກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະມີຂຶ້ນໃນອາທິດໜ້ານີ້.

ໃນຂະນະດຽວກັນ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາຈັກໄທ ກໍໄດ້ສະ ແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ພ້ອມທັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມູນເຊື້ອອັນດີງາມ ລະຫວ່າງສອງປະເທດ ໄທ-ລາວ ກໍຄືລະ ຫວ່າງ ອົງການນິຕິບັນຍັດຂອງສອງປະເທດ ຈົ່ງຈະເລີນຮຸ່ງເຮືອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງປະ ຊາຊົນສອງຊາດ ໄທ-ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments