ໃນວັນທີ 17 ມີນາ 2026 ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຄຳນັບພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ໃນໂອກາດສະເດັດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະ ຫວ່າງວັນທີ 16-18 ມີນາ 2026.
ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ລັດຖະ ບານຂອງສອງປະເທດ ໃນໄລຍະຜ່ານມາ ທີ່ມີການພົວພັນຮ່ວມ ມືກັນຢ່າງໃກ້ຊິດ ສະໜັບສະໜູນ ແລະ ຮ່ວມມືກັນຢ່າງສະເໝີຕົ້ນສະເໝີປາຍ ການນຳຂັ້ນສູງຂອງສອງປະເທດໄດ້ມີການເດີນ ທາງໄປຢ້ຽມຢາມແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິໃນແຕ່ລະປີ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີໝາກຜົນສຳ ເລັດເປັນກ້າວໆ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ອັນພົ້ນເດັ່ນແມ່ນການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ ດ້ານເສດຖະກິດ-ການຄ້າ ການພັດທະນາພື້ນຖານໂຄງລ່າງ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ກໍຄື ການຮ່ວມມືເພື່ອການພັດ ທະນາດ້ານຕ່າງໆ ເພື່ອນໍາເອົາຜົນປະໂຫຍດສູງສຸດ ຄວາມຈະເລີນຜາສຸກ ແລະ ຄວາມສີວິໄລ ມາສູ່ປະ ຊາຊົນຂອງສອງຊາດ ລາວ-ໄທ ຢ່າງບໍ່ຢຸດຢັ້ງ ພິເສດ ໃນປີ 2025 ທີ່ຜ່ານ ມາ ສອງປະເທດໄດ້ຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງການ ສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ຄົບຮອບ 75 ປີ ຢ່າງຟົດຟື້ນ ເຊິ່ງອັນສໍາຄັນທີ່ສຸດແມ່ນ ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະ ນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ແລະ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ພັນລະຍາ ໃນທ້າຍປີ 2025 ການສະເດັດຢ້ຽມຢາມ ສປປ ລາວ ຂອງກົມສົມເດັດພະເທບ ໃນເດືອນເມສາ 2025 ການແລກປ່ຽນການຢ້ຽມຢາມ ລະຫວ່າງ ສອງນາຍົກລັດຖະມົນຕີ ພ້ອມທັງຮ່ວມເປີດໂຕ ກາສັນຍາລັກຄົບຮອບ 75 ປີ ແລະ ກິດຈະກຳປິ່ນອ້ອມອື່ນໆ.
ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ໃຫ້ໂອກາດເຂົ້າຢ້ຽມຄຳນັບ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມ ເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ພ້ອມທັງໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນນິມິດໝາຍທາງປະຫວັດ ສາດອັນສຳຄັນ ແຫ່ງການພົວພັນຮ່ວມມືລະຫວ່າງສອງຊາດ ລາວ ແລະ ໄທ ໃນຖານະປະເທດເພື່ອນມິດ-ບ້ານໃກ້ເຮືອນຄຽງທີ່ດີ ພາຍຫຼັງ ພະບາດສົມເດັດ ພະເຈົ້າຢູ່ຫົວ ລາຊະການທີ 9 ໄດ້ສະເດັດຢ້ຽມ ຢາມ ສປປລາວ ໃນປີ 1994 ແລະ ເປັນການເພີ້ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂື້ນ ພ້ອມກັນນັ້ນ ທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງພະບໍຣົມວົງ ສານຸວົງ ທຸກພະອົງ ພ້ອມທັງຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ໂດຍຜ່ານບັນດາໂຄງການພະລາຊະດໍາລິຂອງພະບໍລົມວົງ ສານຸວົງ ແຫ່ງ ລາຊະອານາຈັກໄທ ທຸກພະອົງ ທີ່ຮ່ວມກັບລັດຖະ ບານລາວ ຈັດຕັ້ງປະຕິບັດຢູ່ ສປປ ລາວ ເຊິ່ງໄດ້ນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນລາວ.
ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ລາຊະອານາ ຈັກໄທ ກໍໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ພ້ອມທັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ຈົ່ງໝັ້ນຄົງທະນົງແກ່ນ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

