Homeຂ່າວຕ່າງປະເທດຍີ່ປຸ່ນ ເລີ່ມປ່ອຍນ້ຳມັນສຳຮອງເພື່ອຮັບມືກັບຜົນສະທ້ອນຂອງຂໍ້ຂັດແຍ້ງ

ຍີ່ປຸ່ນ ເລີ່ມປ່ອຍນ້ຳມັນສຳຮອງເພື່ອຮັບມືກັບຜົນສະທ້ອນຂອງຂໍ້ຂັດແຍ້ງ

ຂ່າວຕ່າງປະເທດລາຍງານວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ, ຍີ່ປຸ່ນໄດ້ເລີ່ມປ່ອຍນ້ຳມັນຈາກຄັງສຳຮອງແຫ່ງຊາດໃນວັນທີ 16 ມີນາ ຜ່ານມາ ເພື່ອຫຼຸດຜ່ອນຄວາມກັງວົນກ່ຽວກັບການສະໜອງທ່າມກາງຄວາມຂັດແຍ້ງທີ່ເພີ່ມຂຶ້ນໃນຕາເວັນອອກກາງ ແລະ ເພື່ອຮັບປະກັນການສະໜອງຜະລິດຕະພັນນ້ຳມັນຢ່າງໝັ້ນຄົງ.

ບົດລາຍງານລະບຸວ່າ: ການປ່ອຍນ້ຳມັນໃນເບື້ອງຕົ້ນຈະເປັນນ້ຳມັນຈາກຄັງສຳຮອງທີ່ພາກເອກະຊົນຖືຄອງໄວ້ເພື່ອໃຊ້ເປັນເວລາ 15 ມື້, ຕາມດ້ວຍການປ່ອຍນ້ຳມັນຈາກຄັງສຳຮອງທີ່ລັດຖະບານຖືຄອງໄວ້ ເພື່ອໃຊ້ເປັນເວລາ 1 ເດືອນ. ໂດຍລັດຖະບານຍີ່ປຸ່ນຍັງຈະຫຼຸດຜ່ອນຂໍ້ກຳນົດການສຳຮອງນໍ້າມັນຕາມກົດໝາຍສຳລັບໂຮງກັ່ນນ້ຳມັນ ແລະ ບໍລິສັດການຄ້າຈາກ 70 ມື້ ເປັນ 55 ມື້.

ໃນວັນທີ 11 ມີນາ ຜ່ານມາ, ທ່ານນາງ ທານາເອະ ທາຄາອິຈິ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ປະກາດແຜນການປ່ອຍນ້ຳມັນສຳຮອງປະມານ 80 ລ້ານບາເຣວຈາກຄັງສຳຮອງຂອງຕົນ ຊຶ່ງທຽບເທົ່າກັບການໃຊ້ພາຍປະເທດ 45 ວັນ ແລະ ສູງກວ່າ 1.8 ເທົ່າຈາກປະລິມານນໍ້າມັນສຳຮອງທີ່ເຄີຍປ່ອຍອອກມາຫຼັງຈາກແຜ່ນດິນໄຫວຮຸ່ນແຮງ ແລະ ສຶນາມິໃນພາກຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນໃນປີ 2011.

ທັງນີ້, ຍີ່ປຸ່ນມີປະລິມານນໍ້າມັນສຳຮອງພຽງພໍທີ່ຈະຕອບສະໜອງຄວາມຕ້ອງການພາຍໃນປະເທດເປັນເວລາ 254 ມື້ຈົນຮອດທ້າຍປີ 2025 ແລະ ການປ່ອຍນໍ້າມັນສຳຮອງຄັ້ງນີ້ເປັນຄັ້ງທີ 7 ທີ່ຍີ່ປຸ່ນໄດ້ເລີ່ມຕົ້ນນຳໃຊ້ລະບົບຄັງສຳຮອງນ້ຳມັນຂອງຕົນໃນຊຸມປີ 1970.

ຍີ່ປຸ່ນອາໄສນ້ຳມັນດິບຈາກຕາເວັນອອກກາງຫຼາຍກວ່າ 90% ຂອງການນຳເຂົ້າທັງໝົດ, ເຮັດໃຫ້ຍີ່ປຸ່ນມີຄວາມສ່ຽງສູງໃນກໍລະນີປິດຊ່ອງແຄບຮໍມຸສຫຼັງຈາກຄວາມຂັດແຍ່ງໃນຕາເວັນອອກກາງໃນທ້າຍເດືອນກຸມພາ. ປັດຈຸບັນ, ລາຄານ້ຳມັນດິບໃນປະເທດຍີ່ປຸ່ນໄດ້ເພີ່ມຂຶ້ນຢ່າງໄວວາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments