Homeຂ່າວໜ້າໜຶ່ງ75 ປີ ຂອງສາຍພົວພັນ ລາວ-ໄທ ເພື່ອນບ້ານທີ່ເປັນຍາດມິດ

75 ປີ ຂອງສາຍພົວພັນ ລາວ-ໄທ ເພື່ອນບ້ານທີ່ເປັນຍາດມິດ

ໜຶ່ງໃນເງື່ອນໄຂທີ່ເຮັດໃຫ້ການທູດພາກປະຊາຊົນ ລາວ-ໄທ, ໄທ-ລາວ ດຳເນີນໄປຢ່າງລ່ຽນໄຫລ ແມ່ນຄວາມຄ້າຍຄືກັນທາງພາສາ ທີ່ຊ່ວຍໃຫ້ປະ ຊາຊົນສື່ສານກັນໄດ້ໂດຍບໍ່ຕ້ອງໃຊ້ນາຍແປພາສາ. ນອກຈາກນັ້ນ, ພະລັງແຫ່ງຄວາມສັດທາຍັງເປັນອີກໜຶ່ງສາຍໃຍທີ່ຫລໍ່ລ້ຽງສາຍພົວພັນໄທ-ລາວ, ລາວ-ໄທ ໃຫ້ ແໜ້ນແຟ້ນມາເປັນເວລາດົນນານ. ພະທາດພະນົມໃນເມືອງທາດພະນົມ ແຂວງນະຄອນພະນົມ, ເປັນສູນກາງແຫ່ງສັດທາຂອງຊາວພຸດທັງສອງຝັ່ງແມ່ນ້ຳຂອງ ເປັນເວລາຫລາຍສະຕະວັດ. ໃນຂະນະດຽວກັນ, ຊາວໄທຫລາຍຄົນມີຄວາມປາຖະໜາຈະຂ້າມແມ່ນ້ຳຂອງໄປສັກກາລະບູຊາພະທາດຫລວງ ຢູ່ນະຄອນຫວງວຽງຈັນ ແລະ ພະທາດອິງຮັງຢູ່ແຂວງສະຫວັນນະເຂດ ເພື່ອຄວາມເປັນສິລິມຸງຄຸນ. ສິ່ງນີ້ພິສູດໃຫ້ເຫັນວ່າແມ່ນ້ຳຂອງ ບໍ່ເຄີຍເປັນເສັ້ນແບ່ງຄວາມເຊື່ອ ແຕ່ເປັນແມ່ນ້ຳທີ່ເຊື່ອມຕໍ່ສາຍໃຍ ແຫ່ງສັດທາຂອງຊາວພຸດໄທ ແລະ ລາວ ໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ.

ຍ້ອນສາຍພົວພັນ ລາວ-ໄທ, ໄທ-ລາວ ທີ່ມີພຸດທະສາສະໜາເປັນຮາກຖານ ຕັ້ງແຕ່ປີ 2001 ເປັນຕົ້ນມາ, ກະຊວງການຕ່າງປະເທດແຫ່ງ ລາຊະອານາຈັກໄທ ໄດ້ອັນເຊີນຜ້າພະກະຖິນພຣະລາຊະທານມາທອດຖວາຍຢູ່ວັດຕ່າງໆ ໃນ ສປປ ລາວ ຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ກໍໄດ້ທອດຜ້າປ່າສາມັກຄີ ຢູ່ໃນຫລາຍ ແຂວງ ຂອງໄທ ເພື່ອເປັນການຖະນຸຖະໜອມບໍາລຸງພຸດທະສາດສະໜາ ແລະ ສົ່ງເສີມການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ລາວ-ໄທ. ຫລ້າສຸດໄດ້ມີພິທີອັນເຊີນຜ້າພຣະກະຖິນພະລາຊະທານມາທອດຖວາຍຢູ່ວັດສຸນັນທາຣາມ ແຂວງສະຫວັນນະເຂດ ໃນວັນທີ 19 ຕຸລາ 2025 ເຊິ່ງໃນງານດັ່ງກ່າວຍັງມີກິດຈະກຳການທູດພາກປະຊາຊົນ ເຊັ່ນ: ງານວາງສະແດງສິນຄ້າໄທ-ລາວ, ຄອນເສີດໄທ-ລາວ ຮ່ວມສະໄໝ, ການຝຶກອົບຮົມກິລາບານເຕະໃຫ້ແກ່ຊາວໜຸ່ມລາວ ແລະ ໜ່ວຍແພດເຄື່ອນທີ່ ທີ່ໃຫ້ບໍລິການແກ່ປະຊາຊົນໂດຍບໍ່ມີຄ່າໃຊ້ຈ່າຍ.

ນອກຈາກນັ້ນ, ໃນປີ 2025 ສະຖານທູດເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ທີ່ ນະຄອນ ຫລວງວຽງຈັນ, ໄດ້ຮ່ວມກັບສະຖານກົງສຸນໃຫຍ່ໄທ ປະຈຳ ແຂວງສະຫວັນນະເຂດ ແລະ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ຈັດການແຂ່ງຂັນແຕ້ມຮູບພາຍໃຕ້ຫົວຂໍ້ “75 ປີ ຂອງຄວາມງົດງາມແຫ່ງສາຍພົວພັນໄທ-ລາວ” ແລະ ງານວາງສະແດງ “ສິລະປະວັດທະນະທຳລວມໃຈໄທ-ລາວ,” ເຊິ່ງມີການສະ ແດງ “ໂນຣາ” ແລະ “ຟ້ອນລຳວົງລາວ,” ທີ່ເປັນສິລະປະຂອງທັງສອງປະເທດທີ່ໄດ້ຮັບການຈົດທະບຽນເປັນມໍລະດົກວັດທະນະທຳ ທີ່ບໍ່ສາມາດຈັບຕ້ອງໄດ້ຂອງອົງການ ອຸຍແນັສໂກ (UNESCO) ແລະ ໄດ້ເປີດໂອກາດໃຫ້ແກ່ປະຊາຊົນມີສ່ວນຮ່ວມ ລວມທັງການຈັດສຳມະນາວິຊາການດ້ານເສດຖະກິດຢູ່ ສປປ ລາວ ເຊິ່ງເປີດໂອກາດໃຫ້ນັກທຸລະກິດຈາກທັງສອງຝັ່ງແມ່ນໍ້າຂອງໄດ້ແລກປ່ຽນປະສົບການເຊິ່ງກັນ ແລະ ກັນ. ກິດຈະກຳເຫລົ່ານີ້ລ້ວນສະທ້ອນໃຫ້ເຫັນເຖິງຄວາມໃກ້ຊິດໃນທຸກດ້ານລະຫວ່າງສອງປະເທດທີ່ເຕັມໄປດ້ວຍ ໄມຕີຈິດມິດຕະພາບທີ່ຈິງໃຈ.

ໂດຍ : ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ

ເອກອັກຄະຣາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments