ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 15 ຫາ 16 ມີນານີ້ ຕາມເວລາທ້ອງຖິ່ນ, ຈີນ-ອາເມຣິກາ ໄດ້ຈັດການເຈລະຈາເສດຖະກິດການຄ້າ ຢູ່ນະຄອນຫລວງປາຣີ ຂອງຝຣັ່ງ. ທ່ານ ຫລີເຊີງກ່າງ ຜູ້ແທນການເຈລະຈາການຄ້າສາກົນ ທັງເປັນຮອງລັດຖະມົນຕີ ກະຊວງການຄ້າຈີນ ກ່າວວ່າ, ໃນໜຶ່ງມື້ເຄິ່ງຜ່ານມາ, ຄະນະຜູ້ແທນຂອງທັງສອງຝ່າຍ ໄດ້ດຳເນີນການເຈລະຈາກົງໄປກົງມາ, ເລິກເຊິ່ງ ແລະ ມີລັກສະນະສ້າງສັນ, ໂດຍໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນເບື້ອງຕົ້ນກ່ຽວກັບຫົວຂໍ້ຫາລືຈຳນວນໜຶ່ງ, ຕໍ່ໄປ, ສອງຝ່າຍ ຈະດຳເນີນການເຈລະຈາຕາມຂັ້ນຕອນຕໍ່ໄປ.
ທ່ານ ຫລີເຊີງກ່າງ ກ່າວຕື່ມວ່າ: ຫົວຂໍ້ທີ່ໄດ້ປຶກສາຫາລື ລະຫວ່າງ ຈີນ-ອາເມຣິກາ ນັ້ນລວມທັງລະດັບພາສີສອງຝ່າຍ, ການຂະຫຍາຍເວລາປະຕິບັດການຈັດວາງທີ່ກ່ຽວຂ້ອງກັບພາສີສອງຝ່າຍ ແລະ ມາດຕະການທີ່ບໍ່ແມ່ນພາສີ ພາຍໃຕ້ສະຖານະການໃໝ່ ແລະ ອື່ນໆ. ອາເມຣິກາ ໄດ້ສະເໜີປັບປຸງມາດຕະການພາສີໃໝ່ ແລະ ການພິຈາລະນາໃນບາດກ້າວຕໍ່ໄປ, ຈີນ ໄດ້ສະແດງຄວາມສົນໃຈຕໍ່ຄວາມບໍ່ແນ່ນອນທີ່ຈະເກີດຂຶ້ນຍ້ອນການປັບປຸງດັ່ງກ່າວ. ສອງຝ່າຍ ເຫັນດີຮ່ວມກັນສຸມກຳລັງເຂົ້າໃນການຮັກສາການພົວພັນດ້ານເສດຖະກິດການຄ້າ ລະຫວ່າງ ສອງຝ່າຍ ໃຫ້ມີຄວາມໝັ້ນທ່ຽງ ແລະ ໄດ້ຫາລືກ່ຽວກັບການສ້າງກົນໄກເຮັດວຽກເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງຝ່າຍ.

