ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 15 ຫາວັນທີ 16 ມີນານີ້ ຕາມເວລາທ້ອງຖິ່ນ, ທ່ານ ເຫີລີ້ເຟີ່ງ ຮອງນາຍົກລັດຖະມົນຕີຈີນ ຫົວໜ້າຄະນະເຈລະຈາດ້ານເສດຖະກິດການຄ້າ ຈີນ-ອາເມຣິກາ ແລະ ທ່ານ ສະກອດ ເບສເຊັນທ໌ ລັດຖະມົນຕີ ກະຊວງການເງິນອາເມຣິກາ ແລະ ທ່ານ ຈາມີຊັນ ເກຣຍ ຜູ້ຕາງໜ້າດ້ານການຄ້າອາເມຣິກາ ໄດ້ຈັດການປຶກສາຫາລືດ້ານເສດຖະກິດການຄ້າ ຢູ່ນະຄອນຫລວງປາຣີ ຂອງຝຣັ່ງ.
ທັງສອງຝ່າຍຖືຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນ ລະຫວ່າງ ປະມຸກລັດສອງປະເທດ ເປັນການຊີ້ນຳ, ເພື່ອປຶກສາຫາລືປິ່ນອ້ອມຫົວຂໍ້ການຈັດວາງດ້ານພາສີ, ການຊຸກຍູ້ການຄ້າ ແລະ ການລົງທຶນສອງຝ່າຍ, ການຮັກສາຄວາມເຫັນທີ່ເປັນເອກະພາບກັນໃນການປຶກສາຫາລືທີ່ມີຢູ່ແລ້ວ ແລະ ຫົວຂໍ້ກ່ຽວກັບເສດຖະກິດການຄ້າ ທີ່ມີຄວາມສົນໃຈຮ່ວມກັນ, ສອງຝ່າຍໄດ້ດຳເນີນການແລກປ່ຽນ ແລະ ປຶກສາຫາລືຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ມີລັກສະນະສ້າງສັນ, ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບອັນໃໝ່ຈຳນວນໜຶ່ງ ແລະ ຍັງຈະສືບຕໍ່ຮັກສາການປຶກສາຫາລືຢ່າງຕໍ່ເນື່ອງ.

