ເຄີຍບໍ່? ໝົດຄວາມໝັ້ນໃຈຍ້ອນ “ກິ່ນປາກ” ໂດຍສະເພາະຫຼັງກິນອາຫານທີ່ມີກິ່ນແຮງ ຫຼື ຕື່ນນອນຕອນເຊົ້າ… ຢ່າປ່ອຍໃຫ້ເລື່ອງນີ້ກາຍເປັນອຸປະສັກໃນການສົນທະນາ!
ມື້ນີ້ເຮົາລວມ 10 ຕົວຊ່ວຍຈາກທຳມະຊາດ ທີ່ຈະມາຊ່ວຍ “ດີທັອກ” ປາກຂອງທ່ານໃຫ້ສະອາດ ແລະ ຫອມສົດຊື່ນ:
1. ນ້ຳດື່ມບໍລິສຸດ (Water):
ຊ່ວຍເພີ່ມນ້ຳລາຍ ແລະ ລ້າງເສດອາຫານທີ່ຕົກຄ້າງ.
2. ຊາຂຽວ (Green Tea):
ມີສານ Polyphenols ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງແບັກທີເລຍ.
3. ແອບເປິ້ນ (Apple):
ເສັ້ນໃຍຊ່ວຍຂັດແຂ້ວ ແລະ ກະຕຸ້ນການຜະລິດນ້ຳລາຍ.
4. ໂຍເກິດ (Yogurt):
(ສູດບໍ່ມີນ້ຳຕານ) ຊ່ວຍລົດລະດັບໄຮໂດຣເຈນຊັນໄຟລ໌ ທີ່ເປັນສາເຫດຂອງກິ່ນປາກ.
5. ໝາກໄມ້ຕະກູນສົ້ມ (Citrus):
ວິຕາມິນ C ສູງ ຊ່ວຍປ້ອງກັນພະຍາດເຫືອກ.
6. ຂີງ (Ginger):
ມີສານ Gingerol ຊ່ວຍສະຫຼາຍກິ່ນບໍ່ພຶງປະສົງໃນຊ່ອງປາກ.
7. ຜັກສະລັດ / ໃບບົວລະພາ (Herbs):
ຄລໍໂຣຟິລຈາກຜັກຂຽວຊ່ວຍດັບກິ່ນໄດ້ດີເລີດ.
8. ໝາກສີດາ (Guava):
ຊ່ວຍລົດການອັກເສບຂອງເຫືອກ ແລະ ດັບກິ່ນຄາວ.
9. ກາຣົດ (Carrot):
ການຄ້ຽວຜັກທີ່ກອບຈະຊ່ວຍກຳຈັດຄາບຈຸລິນຊີເທິງໜ້າແຂ້ວ.
10. ໄຄແຜ່ນ ຫຼື ສາຫຼ່າຍ:
ຊ່ວຍປັບສົມດຸນຄວາມເປັນກົດ-ດ່າງໃນປາກ.
Tips: ນອກຈາກການເລືອກກິນແລ້ວ ຢ່າລືມຖູແຂ້ວ ແລະ ຂູດລີ້ນໃຫ້ສະອາດນຳເດີ້!
ແລ້ວທ່ານເດ? ເວລາຈະໄປເວົ້າກັບໃຜ ມີເຄັດລັບ “ດັບກິ່ນປາກ” ແບບດ່ວນໆແນວໃດແດ່? ລອງຄອມເມັ້ນມາແບ່ງປັນກັນແດ່!

