ອົງການປົກຄອງນະຄອນປາກເຊ ແຂວງຈໍາປາສັກໄດ້ເປີດບໍລິການຂີ່ລົດເມຟຣີເພື່ອຊ່ວຍເຫຼືອປະຊາຊົນໃນໄລຍະທີ່ລາຄານ້ຳມັນແພງ ແລະ ຂາດເຂີນໂດຍເລີ່ມປະຕິບັດແຕ່ວັນທີ 17 ມີນາ 2026 ນີ້ເປັນຕົ້ນໄປໂດຍ ມີ 4 ເສັ້ນທາງຫຼັກ: ຫຼັກ 7 ເໜືອ – ຫຼັກ 8 ໃຕ້; ທ່າສາລາຄຳ – ຕະຫຼາດດາວເຮືອງ; ຕະຫຼາດດາວເຮືອງ – ຕະຫຼາດຫຼັກ 14 ແລະ ເສັ້ນທາງຕະຫຼາດດາວເຮືອງ – ຫ້ອງວ່າການເມືອງຊະນະສົມບູນ.

