ໃນຕອນແລງວັນທີ 16 ມີນາ 2026 ນີ້, ພະບາດສົມເດັດພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍຄະນະໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 16-18 ມີນາ 2026.

ພິທີຕ້ອນຮັບຢູ່ສະໜາມບິນໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດໂດຍການອອກຕ້ອນຮັບຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ລວມທັງພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວ ແລະ ຝ່າຍໄທ.

ການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນຄັ້ງນີ້, ແມ່ນຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຮັດແໜ້ນການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ການເຄື່ອນໄຫວສຳຄັນຂອງພະບາດສົມ ເດັດພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມຣາຊິນີ ແຫ່ງລາຊະອານາຈັກໄທຄັ້ງນີ້ ນອກຈາກການພົບປະກັບການນຳຂັ້ນສູງຂອງ ສປປ ລາວ ແລ້ວ, ຍັງຈະສະເດັດຢ້ຽມຢາມ ສູນພັດທະນາ ແລະ ບໍລິການດ້ານກະສິກໍາ ຫ້ວຍຊອນ-ຫ້ວຍຊົ້ວ, ຢ້ຽມຊົມຕໍານັກຜ້າໄໝລາວບູຮານ ແລະ ພິພິທະພັນພະທາດຫລວງວຽງຈັນ ອີກດ້ວຍ.

