ວິທະຍຸກະຈາຍສຽງຫວຽດນາມ: ວັນທີ 13 ມີນາ, ບັນດາທ່ານລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ຈັດກອງປະຊຸມ ພິເສດທາງອອນລາຍ ເພື່ອແລກປ່ຽນ ທັດສະນະກ່ຽວກັບ ສະພາບການ ຢູ່ຕາເວັນອອກກາງ ແລະ ແກ້ໄຂບັນດາ ການກະທົບຕໍ່ ອາຊຽນ.
ຖະແຫລງການຂອງປະທານອາຊຽນ ກ່ຽວກັບໝາກຜົນກອງປະຊຸມພິເສດ ຂອງບັນດາທ່ານ ລັດຖະມົນຕີການຕ່າງປະເທດ ອາຊຽນ ໃຫ້ຮູ້ວ່າ: ບັນດາປະເທດ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງ ກ່ຽວກັບເລື່ອງການປະທະກັນຢູ່ຕາເວັນອອກກາງ ເພິ່ມຂຶ້ນ; ຮຽກຮ້ອງທຸກປະເທດ ຈົ່ງເຄົາລົບກົດໝາຍສາກົນ, ລວມທັງກົດບັດ ສປຊ; ເນັ້ນໜັກເຖິງຄວາມສຳຄັນ ຂອງເລື່ອງຢຸດຕິບັນດາ ການກະທຳປໍລະປັກ ໃນທັນທີ; ຮຽກຮ້ອງໃຫ້ຝ່າຍຕ່າງໆ ທີ່ກ່ຽວຂ້ອງຈົ່ງລະງັບໃຈ, ຫລິກລ້ຽງ ທຸກການກະທຳທີ່ ອາດຈະເຮັດໃຫ້ ສະພາບການສັບສົນ ຂຶ້ນຕື່ມ ແລະ ແກ້ໄຂຄວາມແຕກຕ່າງກັນ ຜ່ານທາງການທູດ ແລະ ການເຈລະຈາ ເພື່ອຜົນປະໂຫຍດ ຮັກສາສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ.
ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບຄວາມປອດໄພ ແລະ ສະຫວັດດີການ ຂອງພົນລະເມືອງ ອາຊຽນ ຢູ່ບັນດາພາກພື້ນ ຖືກຜົນສະທ້ອນ ແລະ ຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍາ ລວມໃນການສະໜອງ ການໜູນຊ່ວຍ ສຸກເສີນໃຫ້ແກ່ພົນລະເມືອງ ອາຊຽນ.

