Homeຂ່າວຕ່າງປະເທດສ.ອາເມລິກາ ຢຸດຕິແຜນຄວບຄຸມສົ່ງອອກຊິບເອໄອ

ສ.ອາເມລິກາ ຢຸດຕິແຜນຄວບຄຸມສົ່ງອອກຊິບເອໄອ

ສຳນັກຂ່າວອິນໂຟເຄວສ: ກະຊວງການຄ້າ ສ.ອາເມລິກາ ໄດ້ຖອນຮ່າງ ລະບຽບກົດໝາຍຄວບຄຸມການສົ່ງອອກຊິບປັນຍາປະດິດ(ເອໄອ) ຂັ້ນສູງໄປຍັງທົ່ວໂລກຢ່າງຮີບດ່ວນ. ໂດຍການຕັດສິນໃຈດັ່ງກ່າວເກີດຂຶ້ນໂດຍບໍ່ມີຄຳອະທິບາຍຢ່າງເປັນທາງການ, ເຮັດໃຫ້ພາກ ອຸດສາຫະກຳ ແລະ ນັກລົງທຶນ ຜະເຊີນກັບພາວະ ທີ່ບໍ່ແນ່ນອນ.

ຮ່າງລະບຽບດັ່ງກ່າວ ຢູ່ລະຫວ່າງການ ພິຈາລະນາຮ່ວມກັນ ຂອງຫລາຍໜ່ວຍງານ ພາຍໃນລັດຖະບານ ຕັ້ງແຕ່ທ້າຍເດືອນກຸມພາ ແລະ ກ່ອນໜ້ານີ້ ຖືກເບີ່ງວ່າ ຈະເປັນສ່ວນສຳຄັນ ຂອງຍຸດທະສາດ ລັດຖະບານ ໃນການກຳກັບດູແລ ການກະຈາຍເຕັກໂນໂລຊີ ເຊມິຄອນດັກເຕີຣ ລະດັບສູງ ໄປຍັງຕ່າງປະເທດ.

ກ່ອນຖືກຖອນອອກນັ້ນ ຮ່າງລະບຽບດັ່ງກ່າວ ຖືກສົ່ງໄປຍັງໜ່ວຍງານຕ່າງໆ ຂອງລັດຖະບານ ເພື່ອໃຫ້ຄວາມເຫັນ ໂດຍມີເປົ້າໝາຍ ເພື່ອກຳນົດແນວທາງ ການເຂົ້າເຖິງຊິບ ທີ່ອອກແບບສະເພາະ ສຳລັບການຝຶກ ແລະ ປະມວນຜົນ ເອໄອ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments