Homeຂ່າວໜ້າໜຶ່ງຫສນຍ ເຜີຍແຜ່ເອກະສານ ເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ

ຫສນຍ ເຜີຍແຜ່ເອກະສານ ເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ

ໃນຕອນບ່າຍວັນທີ 16 ມີນາ 2026 ນີ້, ການນໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ພົບປະໂອ້ລົມ ແລະ ເຜີຍແຜ່ເອກະສານ ທີ່ຕິດພັນກັບການແກ້ໄຂຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນ ຫສນຍ, ພາຍໃຕ້ການເປັນປະທານ ຂອງທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າ ຫສນຍ, ມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ບັນດາທ່ານ ຫົວໜ້າກົມ, ຫົວໜ້າຫໍປະຊຸມແຫ່ງຊາດ ແລະ ບັນດາຮອງຫົວໜ້າກົມ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ. ທັງນີ້ ກໍເພື່ອແກ້ໄຂ ແລະ ຫລຸດຜ່ອນຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ໂດຍສະເພາະ ເພື່ອເຮັດໃຫ້ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026 ວ່າດ້ວຍການເພີ່ມທະວີແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດສູ່ວຽກງານຕົວຈິງໂດຍໄວ.

ກອງປະຊຸມ ໄດ້ເປີດກວ້າງໃຫ້ຜູ້ຮ່ວມ ປະກອບຄຳເຫັນແລກປ່ຽນ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ການກຳນົດນະໂຍບາຍຫລຸດຜ່ອນຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ຕໍ່ພະນັກງານ-ລັດຖະກອນ ຫສນຍ ເປັນຕົ້ນ ການຄົ້ນຄວ້ານະໂຍບາຍລົດໄຟຟ້າ; ການຄົ້ນຄວ້ານະໂຍບາຍດ້ານການບໍລິຫານວຽກງານ; ການຜັດປ່ຽນກັນປະຈຳການ ແລະ ເຮັດວຽກທາງໄກຜ່ານອອນລາຍ; ການກຳນົດນະໂຍບາຍສ້າງເສດຖະກິດ, ປັບປຸງຊີວິດການເປັນຢູ່ ແລະ ອື່ນໆ ຊຶ່ງບັນດານະໂຍບາຍເຫລົ່ານັ້ນ ແມ່ນຄຳນຶງບົນພື້ນຖານ ໄລຍະສັ້ນ-ໄລຍະຍາວ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ເຂົ້າຮ່ວມ ເອົາໃຈໃສ່ຕື່ມບາງບັນຫາ ເປັນຕົ້ນ ໃຫ້ກຳແໜ້ນເນື້ອໃນຄຳສັ່ງ ວ່າດ້ວຍການເພີ່ມທະວີການແກ້ໄຂຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ໂດຍສະເພາະ ບັນດາໜ້າວຽກ ແລະ ຄວາມຮັບຜິດຊອບ ການເປັນເສນາທິການ ໃຫ້ແກ່ລັດຖະບານ ໂດຍໃຫ້ຄົ້ນຄວ້າຜັນຂະຫຍາຍເປັນອັນລະອຽດ ແລະ ຖືກຈັດຕັ້ງປະຕິບັດໂດຍໄວ; ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດຂອງພະນັກງານ-ລັດຖະກອນ ໂດຍກຳໄດ້ແນວຄິດ, ຄວາມຫຍຸ້ງຍາກ ເພື່ອແກ້ໄຂບັນຫາ ໃຫ້ແທດເຖິງຕົວຈິງ; ໃຫ້ສືບຕໍ່ອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳຂອງພັກ-ລັດ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ; ສືບຕໍ່ປັບປຸງການຈັດຕັ້ງ ຕາມທິດກະທັດຮັດ ແລະ ສົມເຫດສົມຜົນ; ມີສະຕິ ແລະ ໃຫ້ທັດສະນະທີ່ຖືກຕ້ອງ ຕໍ່ບັນຫາຕ່າງໆ ທີ່ສັງຄົມ ແລະ ຊຸມຊົນທີ່ຢູ່ອາໄສຕັ້ງຂຶ້ນ; ປັບປຸງກົນໄກ ແລະ ແບບແຜນວີທີເຮັດວຽກສູ່ທັນສະໄໝ, ປະຢັດມັດທະຍັດ ແລະ ມີປະສິດທິຜົນສູງ; ພ້ອມກັນຮັກສາຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນ ຫສນຍ. ສຳລັບການກຳນົດນະໂຍບາຍລະອຽດ ເພື່ອຫລຸດຜ່ອນຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ຕໍ່ພະນັກງານ-ລັດຖະກອນ ຫສນຍ ແມ່ນໃຫ້ຄະນະຮັບຜິດຊອບ ນຳໄປຄົ້ນຄວ້າກຳນົດ ໃຫ້ສາມາດເລີ່ມຈັດຕັ້ງປະຕິບັດໄດ້ໂດຍໄວ.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments