Home ສາລະໜ້າຮູ້ ອາການເລີ່ມຕົ້ນຂອງຜູ້ຍິງ ກ່ອນຮ່າງກາຍຈະພັງ!

ອາການເລີ່ມຕົ້ນຂອງຜູ້ຍິງ ກ່ອນຮ່າງກາຍຈະພັງ!

0

ຢ່າຄິດວ່າອາການເມື່ອຍລ້າ ຫຼື ປວດຕົນຕົວເປັນເລື່ອງທຳມະດາ… ເພາະບາງທີ່ຮ່າງກາຍກຳລັງສົ່ງສັນຍານເຕືອນວ່າ “ພູມຄຸ້ມກັນ” ຂອງເຈົ້າກຳລັງເຮັດວຽກຜິດປົກກະຕິ! ໂດຍສະເພາະຜູ້ຍິງເຮົາທີ່ມີໂອກາດສ່ຽງສູງກວ່າຜູ້ຊາຍ, ມາເຊັກດ່ວນກ່ອນຈະສາຍເກີນໄປ:

ອ່ອນເພຍແບບບໍ່ມີສາເຫດ

ນອນເຕັມອີ່ມແຕ່ກໍ່ຍັງຮູ້ສຶກເມື່ອຍ, ບໍ່ມີແຮງ, ເຮັດວຽກໜ້ອຍດຽວກໍ່ເພຍຄືກັບໄປແລ່ນມາຫຼາຍກິໂລແມັດ.

ມີຜື່ນແດງຂຶ້ນຕາມໃບໜ້າ

ໂດຍສະເພາະຜື່ນທີ່ເປັນຮູບ “ແມງກະເບື້ອ” ບໍລິເວນດັງ ແລະ ແກ້ມ ທັງສອງເບື້ອງ ຫຼື ມີຜື່ນແພ້ແສງແດດງ່າຍກວ່າປົກກະຕິ.

ປວດຂໍ້ ຫຼື ຂໍ້ບວມ

ມີອາການປວດຕາມຂໍ້ຕໍ່, ຂໍ້ແຂງໃນຕອນເຊົ້າ ຫຼື ມີອາການອັກເສບແບບຍ້າຍໄປມາຕາມຈຸດຕ່າງໆຂອງຮ່າງກາຍ.

ຜົມລ່ວງຜິດປົກກະຕິ

ຜົມລ່ວງເປັນຈຳນວນຫຼາຍ ຫຼື ລ່ວງເປັນຢ່ອມໆ ໂດຍທີ່ບໍ່ໄດ້ປ່ຽນແຊມພູ ຫຼື ເຮັດເຄມີໃດໆ.

ໄຂ້ຕ່ຳໆ ເປັນໆ ຫາຍໆ

ຮູ້ສຶກຄີງຮ້ອນ, ບໍ່ສະບາຍຕົວຄືຊິເປັນໄຂ້ຕະຫຼອດເວລາ ໂດຍທີ່ບໍ່ມີການຕິດເຊື້ອຊັດເຈນ.

ຢ່າປ່ອຍໃຫ້ “ໄພງຽບ” ທຳລາຍຊີວິດເຈົ້າ!

ໂລກແພ້ພູມຕົວເອງ (SLE) ຖ້າຮູ້ໄວ ປິ່ນປົວໄດ້ ແລະ ຄວບຄຸມອາການໄດ້. ຖ້າມີອາການເກີນ 3 ຂໍ້ ແນະນຳໃຫ້ຟ້າວໄປພົບແພດຊ່ຽວຊານທັນທີ!

ໃຜເຄີຍມີອາການແບບນີ້ ຫຼື ກຳລັງສົງໄສຢູ່ບໍ່? ລອງຄອມເມັ້ນມາແຊຣ໌ປະສົບການ ຫຼື ສອບຖາມກັນໄດ້ເລີຍ ເພື່ອເປັນວິທະຍາທານໃຫ້ໝູ່ເພື່ອນຄົນອື່ນໆ!

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version