Homeສາລະໜ້າຮູ້ອາການເລີ່ມຕົ້ນຂອງຜູ້ຍິງ ກ່ອນຮ່າງກາຍຈະພັງ!

ອາການເລີ່ມຕົ້ນຂອງຜູ້ຍິງ ກ່ອນຮ່າງກາຍຈະພັງ!

ຢ່າຄິດວ່າອາການເມື່ອຍລ້າ ຫຼື ປວດຕົນຕົວເປັນເລື່ອງທຳມະດາ… ເພາະບາງທີ່ຮ່າງກາຍກຳລັງສົ່ງສັນຍານເຕືອນວ່າ “ພູມຄຸ້ມກັນ” ຂອງເຈົ້າກຳລັງເຮັດວຽກຜິດປົກກະຕິ! 🦠💔 ໂດຍສະເພາະຜູ້ຍິງເຮົາທີ່ມີໂອກາດສ່ຽງສູງກວ່າຜູ້ຊາຍ, ມາເຊັກດ່ວນກ່ອນຈະສາຍເກີນໄປ:

1️⃣ ອ່ອນເພຍແບບບໍ່ມີສາເຫດ 😴

ນອນເຕັມອີ່ມແຕ່ກໍ່ຍັງຮູ້ສຶກເມື່ອຍ, ບໍ່ມີແຮງ, ເຮັດວຽກໜ້ອຍດຽວກໍ່ເພຍຄືກັບໄປແລ່ນມາຫຼາຍກິໂລແມັດ.

2️⃣ ມີຜື່ນແດງຂຶ້ນຕາມໃບໜ້າ 🦋

ໂດຍສະເພາະຜື່ນທີ່ເປັນຮູບ “ແມງກະເບື້ອ” ບໍລິເວນດັງ ແລະ ແກ້ມ ທັງສອງເບື້ອງ ຫຼື ມີຜື່ນແພ້ແສງແດດງ່າຍກວ່າປົກກະຕິ.

3️⃣ ປວດຂໍ້ ຫຼື ຂໍ້ບວມ 💪

ມີອາການປວດຕາມຂໍ້ຕໍ່, ຂໍ້ແຂງໃນຕອນເຊົ້າ ຫຼື ມີອາການອັກເສບແບບຍ້າຍໄປມາຕາມຈຸດຕ່າງໆຂອງຮ່າງກາຍ.

4️⃣ ຜົມລ່ວງຜິດປົກກະຕິ 👩‍🦲

ຜົມລ່ວງເປັນຈຳນວນຫຼາຍ ຫຼື ລ່ວງເປັນຢ່ອມໆ ໂດຍທີ່ບໍ່ໄດ້ປ່ຽນແຊມພູ ຫຼື ເຮັດເຄມີໃດໆ.

5️⃣ ໄຂ້ຕ່ຳໆ ເປັນໆ ຫາຍໆ 🤒

ຮູ້ສຶກຄີງຮ້ອນ, ບໍ່ສະບາຍຕົວຄືຊິເປັນໄຂ້ຕະຫຼອດເວລາ ໂດຍທີ່ບໍ່ມີການຕິດເຊື້ອຊັດເຈນ.

📢 ຢ່າປ່ອຍໃຫ້ “ໄພງຽບ” ທຳລາຍຊີວິດເຈົ້າ!

ໂລກແພ້ພູມຕົວເອງ (SLE) ຖ້າຮູ້ໄວ ປິ່ນປົວໄດ້ ແລະ ຄວບຄຸມອາການໄດ້. ຖ້າມີອາການເກີນ 3 ຂໍ້ ແນະນຳໃຫ້ຟ້າວໄປພົບແພດຊ່ຽວຊານທັນທີ! 🏥✨

💬 ໃຜເຄີຍມີອາການແບບນີ້ ຫຼື ກຳລັງສົງໄສຢູ່ບໍ່? ລອງຄອມເມັ້ນມາແຊຣ໌ປະສົບການ ຫຼື ສອບຖາມກັນໄດ້ເລີຍ ເພື່ອເປັນວິທະຍາທານໃຫ້ໝູ່ເພື່ອນຄົນອື່ນໆ!

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments