Homeຂ່າວພາຍໃນລັດຖະບານ ໃຫ້ປະຕິບັດມາດຕະການສຸກເສີນໄລຍະນໍ້າມັນແພງ ແລະ ອາດຈະຂາດແຄນບາງໄລຍະ

ລັດຖະບານ ໃຫ້ປະຕິບັດມາດຕະການສຸກເສີນໄລຍະນໍ້າມັນແພງ ແລະ ອາດຈະຂາດແຄນບາງໄລຍະ

ເພື່ອແກ້ໄຂບັນຫາໃນໄລຍະສະພາບເຄັ່ງຮ້ອນ ໃນພາກພື້ນຕາເວັນອອກກາງ ທີ່ສົ່ງຜົນກະທົບໂດຍກົງ ຕໍ່ຕ່ອງໂສ້ການສະໜອງນໍ້າມັນເຊື້ອໄຟ, ຕໍ່ເສດຖະກິດພາກພື້ນ, ສາກົນ ລວມເຖິງ ສປປ ລາວ ຢ່າງຫລີກລ່ຽງບໍ່ໄດ້ ໂດຍສະເພາະ ລາຄານໍ້າມັນເຊື້ອໄຟທີ່ເພີ່ມສູງຂຶ້ນ ແລະ ອາດຈະຂາດ ແຄນໃນບາງໄລຍະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ໃນຂອບເຂດທົ່ວປະເທດ. ສະນັ້ນ, ເພື່ອແກ້ໄຂບັນຫາສະເພາະໜ້າ ນາຍົກລັດຖະມົນຕີ ໄດ້ອອກຄໍາສັ່ງ ໃຫ້ບັນດາກະຊວງ, ອົງ ການທຽບເທົ່າ ເພີ່ມທະວີຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດບັນດາມາດຕະການສຸກເສີນ ແລະ ສະເພາະໜ້າຂອງລັດຖະບານ ເປັນຕົ້ນ ໃຫ້ດໍາເນີນມາດຕະການປະຢັດ, ຫລຸດຜ່ອນການຈັດກອງປະຊຸມ ທີ່ໄດ້ເດີນທາງໄປທ້ອງຖິ່ນ, ຫັນມາປະຊຸມແບບທາງໄກຫລາຍຂຶ້ນ; ໃຫ້ສັບປ່ຽນໝູນວຽນກັນມາປະຈຳການ ສໍາລັບພະນັກງານທົ່ວໄປ ຕາມເງື່ອນໄຂຂອງກົມກອງ ເພື່ອຫລຸດຜ່ອນພາລະການນໍາໃຊ້ນໍ້າມັນ ຂອງພະນັກງານ-ລັດຖະກອນ ໂດຍກໍານົດໜ້າວຽກ ແລະ ຕົວຊີ້ວັດຕໍ່ຜົນສໍາເລັດຂອງການເຮັດວຽກທາງໄກ, ພ້ອມທັງຕິດຕາມກວດກາຢ່າງເປັນປົກກະຕິ.

ພ້ອມນີ້, ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການສົມທົບກັບຂະແໜງການກ່ຽວ ຂ້ອງຂັ້ນສູນກາງ, ຄະນະກຳມະການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ກວດກາຄືນບັນດາບໍລິ ສັດນໍາເຂົ້ານໍ້າມັນເຊື້ອໄຟ, ປໍ້າຈໍາໜ່າຍນໍ້າມັນເຊື້ອໄຟ ຖ້າມີປະກົດການລະເມີດ ຫລື ດໍາເນີນການບໍ່ສອດຄ່ອງ ແມ່ນໃຫ້ນໍາໃຊ້ມາດຕະການເດັດຂາດ ກ້າວໄປເຖິງການດັດສົມໃຫ້ສອດຄ່ອງກັບ ດຳລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ; ສົມທົບກັບກະຊວງໂຍທາທິການ ແລະ ການຂົນສົ່ງ ກຳນົດໂຄງປະ ກອບລາຄາຄ່າຂົນສົ່ງ ສຳລັບຂະແໜງບໍລິການບຸລິມະສິດ ເພື່ອຄວບຄຸມລາຄາຄ່າບໍລິການຂົນສົ່ງ ແລະ ໃຫ້ຄົ້ນຄວ້າມາດຕະການສົ່ງເສີມບັນດາບໍລິສັດ ໃຫ້ນໍາໃຊ້ລົດຂົນສົ່ງໄຟຟ້າໃຫ້ກວມ 10% ຂຶ້ນໄປ ຂອງ ພາຫະນະຂົນສົ່ງ ທັງໝົດໃນປີ 2026, ໃຫ້ບັນດາບໍລິສັດກ່ຽວຂ້ອງ ມີແຜນການກະກຽມ ແລະ ເລີ່ມຈັດຕັ້ງປະຕິບັດ; ໃຫ້ເອົາໃຈໃສ່ຕິດຕາມກວດກາຢ່າງໃກ້ຊິດ ເປົ້າໝາຍທີ່ສວຍໂອກາດຂຶ້ນລາຄາສິນ ຄ້າເກີນເຫດ ທີ່ຈະພາໃຫ້ເກີດບັນຫາເງິນເຟີ້ສູງຕາມມາ, ພ້ອມທັງເອົາໃຈໃສ່ດັດສົມຫົວໜ່ວຍນໍາເຂົ້າສິນ ຄ້າໃຫ້ເປັນຮູບປະທຳ; ຄຸ້ມຄອງລາຄາສິນຄ້າກະສິກຳເປັນຕົ້ນ ລາຄາ ເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກຕ່າງໆໃຫ້ຢູ່ໃນສະພາບປົກກະຕິ,ບໍ່ໃຫ້ເໜັງຕີງຫລາຍ, ພ້ອມທັງສືບຕໍ່ປຸກລະດົມໃຫ້ມີການຜະລິດ ແລະ ການຊື້-ການຂາຍ ຢູ່ພາຍໃນປະເທດໃຫ້ຫລາຍຂຶ້ນ ເພື່ອເປັນການສົ່ງເສີມຜະລິດຕະພັນພາຍໃນໃຫ້ແຂງ ແຮງ.

ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ, ຄະນະກຳມະການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ສົມທົບກັບອົງການປົກຄອງນະ ຄອນຫລວງວຽງຈັນ ຄົ້ນຄວ້າເຊື່ອມຕໍ່ໂຄງການລົດ BRT ໃຫ້ເຂົ້າເຖິງສະຖານີລົດໄຟ ແລະ ສະໜາມບິນ ໂດຍກຳນົດຈຸດດັ່ງກ່າວ ເປັນບ່ອນຂຶ້ນ-ລົງລົດ ເພື່ອຫລຸດຜ່ອນການແອອັດຂອງລົດ ໄປຮັບ-ໄປສົ່ງ ຜູ້ໂດຍສານ, ໃຫ້ລົດນໍາໃຊ້ໂດຍສານສາທາລະນະ ໂດຍສະເພາະ ແມ່ນລົດຂົນສົ່ງ BRT ໃຫ້ຫລາຍຂຶ້ນ, ສະຖານທີ່ຈອດລົດທີ່ແອອັດ ແມ່ນໃຫ້ສິດລົດໄຟຟ້າ ໃນການຈອດກ່ອນລົດທີ່ນໍາໃຊ້ນໍ້າມັນເຊື້ອໄຟ; ໃຫ້ຄົ້ນຄວ້າ, ປັບປຸງ, ຄ່າທໍານຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດ ສະບັບເລກທີ 002/ປປທ ທີ່ຕິດພັນ ກັບຂະບວນການຂຶ້ນທະບຽນ ແລະ ຂົນສົ່ງທາງບົກ, ໃຫ້ຫລຸດຄ່າທໍານຽມ ແລະ ຄ່າບໍລິການຂອງຍານພາຫະນະໄຟຟ້າລົງ 30% ໂດຍເພີ່ມ 30% ຂອງຄ່າທໍານຽມ ແລະ ຄ່າບໍລິການດັ່ງກ່າວ, ກັບຍານພາຫະນະທີ່ນໍາໃຊ້ນໍ້າມັນເຊື້ອໄຟ. ນອກຈາກນັ້ນ, ໃຫ້ຄົ້ນຄວ້ານະໂຍບາຍຄ່າບໍລິການຈອດລົດຕາມແຄມທາງ ແລະ ນອກເສັ້ນທາງ ສໍາລັບຍານພາຫະນະໄຟຟ້າ ຢ່າງເໝາະສົມ; ໃຫ້ສົມທົບກັບຄະນະກຳມະການປົກຄອງນະຄອນຫລວງວຽງຈັນ, ບັນດາແຂວງ ຂຶ້ນແຜນຄວາມຕ້ອງການນໍາໃຊ້ນໍ້າມັນເຊື້ອໄຟ ຂອງບັນດາບໍລິສັດ ກໍ່ສ້າງພື້ນຖານໂຄງລ່າງ ໃຫ້ຮູ້ຈໍານວນ ແລະ ປະເພດນໍ້າມັນເຊື້ອໄຟລະອຽດ ເພື່ອຄົ້ນຄວ້າດຸ່ນດ່ຽງ ໃຫ້ໂຄງການໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ.

ໃຫ້ກະຊວງການເງິນ ເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ, ຄະນະກຳ ມະການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ຄົ້ນຄວ້າປັບປຸງອັດຕາ ອາກອນຊົມໃຊ້ (ອກຊ) ສໍາລັບພາຫະນະ ທີ່ນໍາໃຊ້ນໍ້າມັນເຊື້ອໄຟ ໂດຍປັບປຸງເພີ່ມອັດຕາ ອາກອນຊົມໃຊ້ ຂຶ້ນຕາມຄວາມເໝາະສົມ ຂອງທຸກປະເພດພາຫະນະທີ່ນໍາໃຊ້ນໍາມັນເຊື້ອໄຟ ເພື່ອຊຸກຍູ້ໃຫ້ປະຊາຊົນຫັນມານໍາໃຊ້ລົດໄຟຟ້າ; ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຫັນປ່ຽນການນໍາໃຊ້ລົດບໍລິຫານລັດ ທີ່ນໍາໃຊ້ນໍ້າມັນເຊື້ອໄຟ ມາເປັນລົດທີ່ນໍາໃຊ້ພະລັງງານໄຟຟ້າ ຫລື ພະລັງງານທົດແທນ, ພ້ອມທັງຈຳກັດການຊື້ພາຫະນະທີ່ນໍາໃຊ້ ນໍ້າມັນເຊື້ອໄຟ ທີ່ບໍ່ຈໍາເປັນມາຮັບໃຊ້ວຽກບໍລິຫານ ເພື່ອເປັນແບບຢ່າງ ແລະ ຫລຸດຜ່ອນງົບປະມານເບີກຈ່າຍຄ່ານໍ້າມັນເຊື້ອໄຟໃນໄລຍະຍາວ.

ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງສົ່ງ ເສີມຊາວກະສິກອນ ແລະ ວິສາຫະກິດ ຫັນມາໃຊ້ພະລັງງານທົດແທນ ເຊັ່ນ: ພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານຊີວະພາບ ແລະ ຮີບຮ້ອນປັບປຸງຂະຫຍາຍລະບົບຊົນລະປະທານນໍ້າໄຫລເອງ ໃຫ້ມີປະສິດທິພາບ ເພື່ອຫລຸດຜ່ອນການໃຊ້ນໍ້າມັນເຊື້ອໄຟໃນການສູບນໍ້າ; ໃຫ້ສົມທົບກັບທະນາ ຄານແຫ່ງ ສປປ ລາວ, ຄົ້ນຄວ້າມາດຕະການສະໜັບສະໜູນດ້ານການເງິນ ໃຫ້ສິນເຊື່ອດອກເບ້ຍຕໍ່າ ແກ່ຊາວກະສິກອນ ເພື່ອຊື້ປັດໄຈການຜະລິດ ແລະ ຫລຸດຜ່ອນຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ທີ່ເພີ່ມຂຶ້ນ. ຄົ້ນຄວ້າສ້າງຄັງສໍາຮອງສະບຽງອາຫານ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໃນກໍລະນີທີ່ລາຄານໍ້າມັນເຊື້ອໄຟ ເພີ່ມຂຶ້ນ ສົ່ງຜົນກະທົບຕໍ່ການຜະລິດ; ຄົ້ນຄວ້ານະໂຍບາຍການຫລຸດຜ່ອນພາສີ ຫລື ຍົກເວັ້ນພາສີນໍາເຂົ້າ ວັດຖຸດິບທີ່ນໍາມາຜະລິດ ຝຸ່ນ, ປຸ໋ຍ ແລະ ຫົວອາຫານສັດ ຊຶ່ງເປັນປັດໄຈການຜະລິດທີ່ສໍາຄັນ ເພື່ອນໍາມາຊຸກຍູ້ສົ່ງເສີມການຜະລິດຢູ່ພາຍໃນ.

ໃຫ້ທະນາຄານ ແຫ່ງ ສປປ ລາວ ເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງ ປະສານສົມທົບຢ່າງໃກ້ຊິດກັບບັນດາທະນາຄານທຸລະກິດ ສ້າງກົນໄກຈັດສັນ ແລະ ກະກຽມເງິນຕາຕ່າງປະ ເທດ ໃຫ້ແກ່ບໍລິສັດຜູ້ນໍາເຂົ້ານໍ້າມັນເຊື້ອໄຟ ທີ່ມີຕົວຕົນແທ້ ໃຫ້ພຽງພໍ ແລະ ທັນສະພາບ.

ຢ່າງໃດກໍຕາມ ໃຫ້ຖືວິກິດໃຫ້ເປັນໂອກາດ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ເຊີດຊູຈິດໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການສ້າງພື້ນຖານເສດຖະກິດເຊື່ອມໂຍງກັບເພື່ອນມິດ, ພາກພື້ນ ແລະ ສາກົນໃນການປະຕິ ບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments