Homeຂ່າວການເມືອງຄໍາເຫັນ ຂອງລັດຖະມົນຕີ ກະຊວງ ຕສ ໂອກາດວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ

ຄໍາເຫັນ ຂອງລັດຖະມົນຕີ ກະຊວງ ຕສ ໂອກາດວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 61 ປີ (13 ມີນາ 1965 ~13 ມີນາ 2026) ທ່ານ ສັນຕິສຸກ ສິມມາລາວົງ ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ກ່າວວ່າ: ວັນທີ 13 ມີນາ ແມ່ນ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ, ຊຶ່ງໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການໄປສະນີ ແລະ ກົດໝາຍວ່າດ້ວຍ ການໂທລະຄົມມະນາຄົມ ຂອງ ສປປ ລາວ ແລະ ໃນປີ 2026 ນີ້ ພໍດີຄົບຮອບ 61 ປີ. ປີນີ້ ເປັນປີທຳອິດທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພວມສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດ ຄັ້ງທີ X ໄປພ້ອມກັບ ແຜນພັດທະນາ 5 ປີ ຄັ້ງທີ III ຂອງກະຊວງ ແລະ ຍຸດທະສາດພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດ ແຫ່ງຊາດ ໄລຍະ ປີ 2026 ຫາ 2040, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ສ້າງຂະບວນການສະເຫຼີມສະຫຼອງ ວັນດັ່ງກ່າວ ພາຍໃຕ້ຄໍາຂວັນ: “ຍົກສູງການສ້າງໂຄງລ່າງພື້ນຖານ ໄປສະນີ ແລະ ໂທລະຄົມມະນາຄົມ ໃຫ້ກາຍເປັນໂຄງລ່າງພື້ນຖານດິຈິຕອນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ(Enhancing Postal and Telecommunications Infrastructure to Serve as a Digital Foundation for Socio-Economic Development.)’’ ຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ.

ບົນພື້ນຖານຜົນສຳເລັດອັນຮອບດ້ານທີ່ພວກເຮົາຍາດມາໄດ້ໃນປີ 2025 ຜ່ານມາ, ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ຂອງ ສປປ ລາວ ໄດ້ກາຍເປັນທ່າແຮງທີ່ສຳຄັນ ແລະ ບໍ່ເຄີຍຢຸດຢັ້ງໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ຈາກພື້ນຖານອັນໜັກແໜ້ນນັ້ນ, ໃນປີ 2026 ນີ້ ພວກເຮົາຈະສືບຕໍ່ຍົກສູງການສ້າງໂຄງລ່າງພື້ນຖານ ໄປສະນີ ແລະ ໂທລະຄົມມະນາຄົມ ໃຫ້ກາຍເປັນພື້ນຖານໂຄງລ່າງດິຈິຕອນ ປະກອບສ່ວນເປັນກຳລັງແຮງອັນໃຫຍ່ຫຼວງ ແລະ ແຂງແຮງກວ່າເກົ່າ ໃນການພັດທະນາ ເສດຖະກິດ-ສັງຄົມ ໃນຍຸກດິຈິຕອນ, ໂດຍຈະສຸມໃສ່ບາງວຽກງານຈຸດສຸມ ດັ່ງນີ້:

1. ດ້ານໂທລະຄົມມະນາຄົມ: ປັດຈຸບັນ ໄດ້ມີນິຕິກຳຕ່າງໆເພື່ອເປັນເຄື່ອງມື ຄຸ້ມຄອງດັດສົມໂທລະຄົມມະນາຄົມ ທັງໝົດ 14 ສະບັບ ປະກອບມີ ກົດໝາຍ 1 ສະບັບ, ດຳລັດ 2 ສະບັບ, ຂໍ້ຕົກລົງ 11 ສະບັບ, ແຕ່ທີ່ພົ້ນເດັ່ນ ໃນທ້າຍປີ 2025 ແມ່ນໄດ້ສຳເລັດການສ້າງຍຸດທະສາດ ພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດ ແຫ່ງຊາດ ໄລຍະປີ 2026 ຫາ 2040 ຊຶ່ງລັດຖະບານໄດ້ຮອງຮັບ ແລະ ປະກາດໃຊ້ ຕາມດຳລັດເລກທີ 825/ນຍ, ລົງວັນທີ 24 ທັນວາ 2025. ປັດຈຸບັນຢູ່ປະເທດເຮົາມີບໍລິສັດໃຫ້ບໍລິການດ້ານໂທລະຄົມມະນາຄົມ 06 ບໍລິສັດ, ບໍລິສັດ ສະໜອງສິ່ງອໍານວຍຄວາມສະດວກດ້ານໂທລະຄົມມະນາຄົມ 3 ບໍລິສັດ ແລະ ຜູ້ໃຫ້ບໍລິການອິນເຕີເນັດປະເພດ I 13 ບໍລິສັດ, ປະເພດ II 5 ບໍລິສັດ ແລະ ປະເພດ III 7 ບໍລິສັດ. ມີຈຸດເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ເຂົ້າ-ອອກ ສປປ ລາວ ມີທັງໝົດ 22 ຈຸດ ໃນ 14 ແຂວງ, ມີພື້ນທີ່ປົກຫຸ້ມຂອງໂທລະສັບມືຖືລະບົບ 3G ກວມເອົາ 85%, 4G ກວມເອົາ 78% ຂອງບັນດາບ້ານໃນທົ່ວປະເທດ ແລະ 5G ກວມເອົາ 18% ຂອງຕົວເມືອງໃຫຍ່. ມີຜູ້ຊົມໃຊ້ເລກໝາຍໂທລະສັບມືຖືຈຳນວນ 7,826,319 ເລກໝາຍ, ມີຜູ້ຊົມໃຊ້ອິນເຕີເນັດແບບມີສາຍ (FTTX) 344,529 ບັນຊີ. ບັນດາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ, ໃນປີ 2025 ສາມາດສ້າງລາຍຮັບລວມທັງໝົດ 6,463 ຕື້ກີບ ແລະ ມອບພັນທະຕ່າງໆໃຫ້ແກ່ລັດຖະບານ 1,013 ຕື້ກີບ.

ໃນປີ 2026 ແມ່ນປີທໍາອິດຂອງການຈັດຕັ້ງຜັນຂະຫຍາຍຍຸດທະສາດດັ່ງກ່າວ ໂດຍສົມທົບກັບບັນດາກະຊວງຢູ່ຂັ້ນສູນກາງ ແລະ ທ້ອງຖີ່ນ ພວມຈັດຕັ້ງຜັນຂະຫຍາຍ 08 ຍຸດທະສາດໃນແຜນດັ່ງກ່າວ ໃຫ້ປາກົດຜົນເປັນຈິງ ໂດຍເນັ້ນໃສ່ບັນດາໂຄງການຈຸດສຸມ, ແຜນງານ ແລະ ເປົ້າໝາຍ ເປັນຕົ້ນແມ່ນ ການພັດທະນາໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີເນັດ ໂດຍການຍົກສູງການຂະຫຍາຍພື້ນທີ່ປົກຫຸ້ມຂອງສັນຍານໂທລະສັບມືຖືລະບົບ 4G ໃຫ້ໄດ້ 80% ຂອງບັນດາບ້ານໃນທົ່ວປະເທດ ແລະ 5G ໃຫ້ໄດ້ 20% ຂອງຕົວເມືອງໃຫຍ່, ໂດຍນໍາໃຊ້ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ເປັນແຮງຂັບເຄື່ອນທີ່ສຳຄັນໃນການສືບຕໍ່ຂະຫຍາຍເຄືອຂ່າຍໄປຫາບັນດາບ້ານໃນເຂດຫ່າງໄກສອກຫຼີກທີ່ຍັງບໍ່ທັນມີສັນຍານໃຫ້ສຳເລັດ ເພື່ອເຮັດໃຫ້ປະຊາຊົນໃນເຂດດັ່ງກ່າວສາມາດເຂົ້າເຖີງການບໍລິການໂທລະຄົມມະນາຄົມ ແລະ ການບໍລິການດິຈິຕອນອື່ນໆໄດ້ ເປັນການເປີດໂລກະທັດໃໝ່ໃຫ້ປະຊາຊົນໃນເຂດດັ່ງກ່າວ.

2. ດ້ານໄປສະນີ: ປັດຈຸບັນ ມີນິຕິກໍາຕ່າງໆ ທີ່ເປັນເຄື່ອງມືຄຸ້ມຄອງຂະແໜງການໄປສະນີທັງໝົດ 9 ສະບັບ ປະກອບມີກົດໝາຍ 1 ສະບັບ, ຂໍ້ຕົກລົງ 7 ສະບັບ, ຄໍາແນາະນໍາ 1 ສະບັບ, ໃນປີ 2025 ມີຜູ້ປະກອບການໄປສະນີທັງໝົດ 65 ບໍລິສັດ, ປ່ອງບໍລິການທັງໝົດ 2,206 ແຫ່ງ. ໃນປີ 2026 ຈະສຸມໃສ່ພັດທະນາ ໂຄງລ່າງພື້ນຖານດ້ານໄປສະນີ ໃຫ້ຂະຫຍາຍຕົວຢ່າງກວ້າງຂວາງ ເຂົ້າໄປເຖິງເຂດການຜະລິດຂອງປະຊາຊົນບັນດາເຜົ່າໃນເຂດຫ່າງໄກສອກຫຼີກ ເພື່ອຮອງຮັບກັບຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແລະ ແຜນການ 5 ປີ ຄັ້ງທີ X (2026-2030) ໃຫ້ສາມາດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ດ້ວຍການຍູ້ແຮງການພັດທະນາທີ່ຍືນຍົງ ມີຄຸນນະພາບ ແລະ ປະຊາຊົນເຂົ້າເຖິງໄດ້ຢ່າງມີປະສິດທິພາບ.

ການສະເຫຼີມສະຫຼອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ເປັນການປູກຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນ ຮັບຮູ້ເຖິງລະບຽບການຄຸ້ມຄອງໄປສະນີ, ໂທລະຄົມມະນາຄົມ, ນັບທັງຜູ້ປະກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງຫຼາຍ ເຂົ້າໃຈຢ່າງເລິກເຊິ່ງເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານໄປສະນີ ແລະ ວຽກງານໂທລະຄົມມະນາຄົມ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.

ໃນໂອກາດອັນມີຄວາມໝາຍນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງພ້ອມກັນນຳໃຊ້ສື່ສັງຄົມອອນລາຍຢ່າງມີຄວາມຮັບຜິດຊອບ. ພ້ອມກັນນັ້ນ, ກໍຂໍໃຫ້ບັນດາຜູ້ປະກອບການ ຈົ່ງຢ່າຢຸດຢັ້ງການພັດທະນາຕົນເອງໃຫ້ບຸກທະລຸຫັນເປັນທັນສະໄໝດ້ວຍເຕັກໂນໂລໂລຊີດິຈິຕອນ ແລະ ປັນຍາປະດິດ ຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ ສປປ ລາວ ຂອງພວກເຮົາ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້, ວຽກງານ ໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ມີການປ່ຽນແປງຢ່າງວ່ອງໄວ ຍ້ອນການຂະຫຍາຍຕົວຂອງເຕັກໂນໂລຊີ ແລະ ນະວັດຕະກຳ, ເປັນຕົ້ນແມ່ນ ລະບົບເຕັກໂນໂລຊີການສື່ສານ 5G, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Block chain), ປັນຍາປະດິດ (AI), ອິນເຕີເນັດແຫ່ງສັບພະສິ່ງ (IoT), ຖານຂໍ້ມູນມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ, ເຄື່ອງບິນບໍ່ມີຄົນຂັບ (Drone) ແລະ ລົດອັດຕະໂນມັດ (Auto Mobile and Robotics), ການພິມສາມມິຕິ (3D Printing) ແລະ ລະບົບເຕັກໂນໂລຊີດິຈິຕອນອື່ນໆ ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments