Homeຂ່າວຕ່າງປະເທດອັດຕາຄວາມທຸກຍາກຂອງຣັດເຊຍ ປີ 2025 ຫຼຸດລົງເຫຼືອ 6.7%

ອັດຕາຄວາມທຸກຍາກຂອງຣັດເຊຍ ປີ 2025 ຫຼຸດລົງເຫຼືອ 6.7%

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ທັດຍານາ ໂກລິໂກວາ ຮອງນາຍົກລັດຖະມົນຕີຣັດເຊຍ ໄດ້ເປີດເຜີຍວ່າ, ອັດຕາຄວາມທຸກຍາກຂອງຣັດເຊຍຫຼຸດລົງເຫຼືອ 6.7% ໃນປີ 2025, ຫຼຸດລົງ 0.4 ຈຸດ ຈາກປີກ່ອນ.

ໃນລະຫວ່າງກອງປະຊຸມຂອງຄະນະກຳມະການກະຊວງແຮງງານ ແລະ ການປົກປ້ອງສັງຄົມຂອງຣັດເຊຍ, ທ່ານ ໂກລິໂກວາ ກ່າວວ່າ: ຄວາມທຸກຍາກທີ່ຫຼຸດລົງນັ້ນມີປັດໄຈມາຈາກການເພີ່ມຂຶ້ນຂອງຄ່າແຮງງານ, ມາດຕະການສະໜັບສະໜູນການຈ້າງງານ ແລະ ໂຄງການຊ່ວຍເຫຼືອທາງສັງຄົມແບບເນັ້ນເປົ້າໝາຍ.

ທ່ານ ໂກລິໂກວາ ລະບຸວ່າ: ໜຶ່ງໃນເຄື່ອງມືຫຼັກທີ່ສະໜັບສະໜູນພົນລະເມືອງທີ່ມີລາຍໄດ້ຕໍ່າແມ່ນໂຄງການສັນຍາການຈ້າງງານທາງສັງຄົມ ຊຶ່ງລັດຖະບານຈະໃຫ້ການຊ່ວຍເຫຼືອຄົວເຮືອນທີ່ຂັດສົນເຊັ່ນ:ການບໍລິການທາງສັງຄົມ, ການຈ່າຍເງິນສົດ ແລະ ເງິນອຸດໜູນສຳລັບການຊື້ສິນຄ້າອຸປະໂພກບໍລິໂພກທີ່ຈຳເປັນ. ໂດຍຊາວຣັດເຊຍທີ່ເຂົ້າຮ່ວມໃນໂຄງານນີ້ຫຼາຍກວ່າ 44% ສາມາດຫຼຸດພົ້ນຈາກຄວາມທຸກຍາກໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments