ວັນທີ 14 ມີນາ 2026 ນີ້, ຄະນະຊ່ຽວຊານຣັດເຊຍ ໄດ້ເຄື່ອນໄຫວເຮັດວຽກຢູ່ກອງພົນທີ 2 ເຊິ່ງນໍາໂດຍ ສະຫາຍ ພົນຕີ ໄກຣເຢັບ ເດີມິດຕຣີ ຫົວໜ້າຫ້ອງການ ຜູ້ຕາງໜ້າ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈຳ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະກົມເຕັກນິກເຫລົ່າຮົບ ກົມໃຫ່ຍເຕັກນິກກອງທັບ, ກົມຄຸ້ມຄອງລົດ-ເຮືອ, ກົມພົວພັນຕ່າງປະເທດ, ກົມລົດຕັງ-ຍານເກາະ, ກົມປ້ອງກັນອາກາດ, ກົມປືນໃຫຍ່ໜ້າດີນ, ຄະນະພັກ-ຄະນະບັນຊາກອງພົນ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພັນເອກ ສອນເພັດ ຈັນສົມ ຫົວໜ້າການທະຫານກອງພົນທີ 2 ໄດ້ລາຍງານຫຍໍ້ກ່ຽວກັບສະພາບພາຫະນະທີ່ນໍາເຂົ້າຈາກ ສ ຣັດເຊຍ,ຈາກນັ້ນສະຫາຍ ພົນຕີ ໄກຣເຢັບ ເດີມິດຕຣີ ໄດ້ສະເໜີຈຸດປະສົງໃນການເຄື່ອນໄຫວເຮັດວຽກໃນຄັ້ງນີ້ ແມ່ນເພື່ອການກວດກາພາຫະນະທີ່ນຳເຂົ້າຈາກ ສ ຣັດເຊຍ, ໂດຍໄດ້ເຄື່ອນໄຫວກວດກາພະຫະນະເຕັກນິກ ຢູ່ບັນດາກົມກອງເຫລົ່າຮົບວິຊາສະເພາະ ໃນນັ້ນໄດ້ລົງກວດກາພາຫະນະເຕັກນິກ ກອງພັນ 614 ເຫລົ່າຮົບລົດຕັງ- ຍານເກາະ, ກອງພັນ 263 ເຫລົ່າຮົບປ້ອງກັນອາກາດ ແລະ ກອງພັນ 627, ກອງພັນ 629 ເຫລົ່າຮົບປືນໃຫ່ຍໜ້າດິນ, ພ້ອມທັງໃຫ້ຄຳແນະນຳກ່ຽວກັບພາຫະນະເຕັກນິກ, ຫລັກການ ການນໍາໃຊ້ພາຫະຕ່າງໆໃນການກຽມພ້ອມສູ້ຮົບເພື່ອໃຫ້ວ່ອງໄວ ແລະ ທັນການ, ສືບຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສອງກອງທັບ ສປປ ລາວ – ສ ຣັດເຊຍ, ໃຫ້ມີຄວາມແໜ້ນແຟ້ນ, ເຂັ້ມແຂງ ແລະ ໝັ້ນຄົງ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເສີມຂະຫຍາຍມູນເຊື້ອແຫ່ງມິດຕະພາບ ແລະ ຄວາມສາມັກຄີໃຫ້ນັບມື້ຈະເລີນງອກງາມຂຶ້ນເລື້ອຍໆ.

