ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຜັນຂະຫຍາຍຄຳສັ່ງເລກທີ 40/ນຍ ລົງວັນທີ 13 ມີນາ 2026 ຮ່ວມກັບກະຊວງການເງິນ ທະນາຄານ ແຫ່ງ ສປປ ລາວ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະພາແຫ່ງຊາດ ແລະ ພາກທຸລະກິດ (ສະມາຄົມນ້ຳມັນ ແລະ ອາຍແກັສ ແລະ ຜູ້ປະກອບການ) ວັນທີ 16 ມີນາ 2026 ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.
ຈຸດປະສົງ ເພື່ອປຶກສາຫາລື ຮັບຄຳສະເໜີ ແລະ ຄົ້ນຄວ້າປັບປຸງນະໂຍບາຍ ແລະ ມາດຕະການ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ເປັນຕົ້ນ ການຮັບປະກັນການສະໜອງນໍ້າມັນເຊື້ອໄຟພາຍໃນປະເທດ ບັນດາບໍລິສັດຜູ້ນໍາເຂົ້າ ແລະ ຈໍາໜ່າຍຕ່າງກໍຢືນຢັນວ່າ ຈະສືບຕໍ່ສະໜອງນໍ້າມັນໃຫ້ແກ່ສັງຄົມຢ່າງສຸດຄວາມສາມາດ ເພື່ອບໍ່ໃຫ້ສັງຄົມແຕກຕື່ນ. ສໍາລັບກະຊວງ ອຸດສາຫະກໍາ ແລະ ການຄ້າ ກໍຈະດໍາເນີນການກວດກາຄືນສາງເກັບນໍ້າມັນສໍາຮອງ ເພື່ອຈັດສັນ ແລະ ແຈກຈ່າຍໃຫ້ທົ່ວເຖິງ ໂດຍສະ ເພາະໃນເຂດຫ່າງໄກສອກຫລີກ ເພື່ອບໍ່ໃຫ້ເກີດສະພາບວິກິດການຂາດແຄນ, ສ່ວນດ້ານນະໂຍບາຍລາ ຄາ ແລະ ພາສີ ໃນທີ່ປະຊຸມເຫັນດີເປັນເອກະພາບໃນການປັບປຸງໂຄງສ້າງລາຄາ ໂດຍການຫລຸດອັດຕາພາສີນໍ້າມັນແອັດຊັງ (95) ລົງມາເທົ່າກັບອັດຕາແອັດຊັງ (91) ເພື່ອຫລຸດຜ່ອນຕົ້ນທຶນການນໍາເຂົ້າ ແລະ ຫລຸດຜ່ອນພາລະລາຄາຂາຍຍ່ອຍ.

ກະຊວງອຸດສະຫະກໍາ ແລະ ການຄ້າ ແລະ ກະຊວງການເງິນ ຈະຮ່ວມກັນອອກແຈ້ງການລາຄາໃໝ່ໃຫ້ທັນກັບສະພາບການ ຕິດພັນກັບການນຳໃຊ້ເງິນກອງທຶນອຸດໜູນ ໄດ້ກໍານົດກົນໄກການນຳໃຊ້ເງິນກອງທຶນ (300-600 ຕື້ກີບ) ເພື່ອເຂົ້າມາແຊກແຊງລາຄາ ໃນໄລຍະທີ່ຕະຫລາດໂລກມີຄວາມຜັນຜວນແຮງ ໂດຍຈະເນັ້ນໃສ່ການອຸດໜູນໃຫ້ຖືກຈຸດ ເພື່ອຮັກສາສະຖຽນລະພາບລາຄາຂາຍຍ່ອຍ ບໍ່ໃຫ້ມີການປັບຂຶ້ນແບບກະໂດດຂັ້ນ.

