Homeຂ່າວໜ້າໜຶ່ງສະຫລຸບວຽກງານຄຸ້ມຄອງໄພພິບັດ

ສະຫລຸບວຽກງານຄຸ້ມຄອງໄພພິບັດ

ກອງປະຊຸມສະຫລຸບວຽກງານຄຸ້ມຄອງໄພພິບັດ 5 ປີ (2021-2025), ວາງທິດທາງແຜນການ (2026-2030) ແລະ ສະຫລຸບປະຈຳປີ 2025, ທິດທາງແຜນການປີ 2026 ຈັດຂຶ້ນໃນວັນທີ 16 ມີນາ 2026 ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ມີຄະນະກໍາມະການຄຸ້ມຄອງໄພພິບັດທັງຂັ້ນສູນກາງ ແລະ ຂັ້ນແຂວງ ເຂົ້າຮ່ວມ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ມີຄວາມສໍາຄັນຕໍ່ຄະ ນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອປຶກສາຫາລື ແລກປ່ຽນ, ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງໄພພິບັດ, ເອກະພາບຕໍ່ທິດທາງແຜນການ 5 ປີຕໍ່ໜ້າ, ວາງແຜນການກຽມພ້ອມຮັບມືກັບໄພພິບັດທີ່ອາດເກີດຂື້ນໃນປີ 2026. ໃນໄລຍະ 5 ປີຜ່ານ ມາ, ມີເຫດການໄພພິບັດເກີດຂຶ້ນ ຢູ່ບັນດາແຂວງໃນຂອບເຂດ ຊຶ່ງໄພພິບັດດັ່ງກ່າວ, ແມ່ນຜົນກະທົບຈາກສະພາບລົມພະຍຸ, ນໍ້າຖ້ວມ, ດິນເຈື່ອນ, ນໍາຖ້ວມຊຸ ແລະ ນໍ້າຖ້ວມຂັງ ເກີດຂຶ້ນທັງໝົດ 376 ຄັ້ງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 1 ລ້ານກວ່າຄົນ, ເສຍຊີວິດ 111 ຄົນ, ສູນຫາຍ 5 ຄົນ, ສ້າງຄວາມເສຍຫາຍຕໍ່ສັງຄົມ, ກະສິກຳ, ພື້ນຖານໂຄງລ່າງ ຄິດເປັນມູນຄ່າເສຍຫາຍຫລາຍກວ່າ 12.577 ຕື້ກວ່າກີບ ຕາມການເກັບກຳຂໍ້ມູນຂອງກອງເລຂາ ແລະ ລາຍງານຂອງບັນດາແຂວງ ເຫັນໄດ້ວ່າ ສະພາບໄພພິບັດນັບມື້ມີຄວາມຮຸນແຮງຂຶ້ນ ໂດຍສະເພາະຢູ່ທາງພາກເໜືອ ໄລຍະຜ່ານມາບໍ່ເຄີຍມີນໍ້າຖ້ວມຂັງ, ແຕ່ໃນປີ 2024 ແລະ 2025 ແຂວງຫົວພັນ, ຫລວງນໍ້າທາ, ໄຊຍະບູລີ, ຫລວງພະບາງ ແລະ ແຂວງອື່ນໆ ໄດ້ເກີດປະກົດການດັ່ງກ່າວ ໂດຍໄດ້ສ້າງຄວາມເສຍຫາຍເປັນຈຳນວນຫລາຍ.

ໃນໂອກາດນີ້, ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ, ທັງເປັນຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູງກາງ (ຄພສ) ໄດ້ກ່າວວ່າ: ຊຸມປີຜ່ານມາ, ສປປ ລາວ ໄດ້ຮັບຜົນກະທົບຈາກໄພພິບັດ ທີ່ເກີດຈາກການປ່ຽນແປງຂອງສະພາບອາກາດທາງທຳມະຊາດ, ສົມທົບກັບກິດຈະກຳການການເຄື່ອນໄຫວ ດຳລົງຊີວິດຂອງສັງຄົມມະນຸດ ພາໃຫ້ໄພພິບັດເກີດຂຶ້ນເລື້ອຍໆ ເຮັດໃຫ້ໄດ້ຮັບຜົນກະທົບ ແລະ ເສຍຫາຍເປັນວົງກວ້າງ, ກະທົບໂດຍກົງຕໍ່ເສດຖະກິດ-ສັງຄົມ ຂອງປະ ເທດ, ພື້ນຖານໂຄງລ່າງ, ການບໍລິການສາທາລະນະສຸກ, ລວມເຖິງໂຄງສ້າງດ້ານການດຳລົງຊິວິດຂອງຊຸມຊົນ ແລະ ອື່ນໆ. ໄພພິບັດທີ່ເກີດຂຶ້ນໃນແຕ່ລະປີແມ່ນເກີດຈາກໄພນໍ້າຖ້ວມ, ດິນເຈື່ອນ, ແຜ່ນດິນໄຫວ, ພະຍາດລະບາດຄົນ ແລະ ພະຍາດລະບາດສັດ, ໄພແຫ້ງແລ້ງ, ໄໝ້ເຮືອນ, ໄໝ້ອາຄານ ແລະ ອື່ນໆ. ຕໍ່ກັບສະພາບດັ່ງກ່າວ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ເອົາ ໃຈໃສ່ນຳພາ-ຊີ້ນຳ, ຕິດຕາມຊຸກຍູ້ການຄວບຄຸມ, ແກ້ໄຂສຸກເສີນ, ຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຢູ່ບັນດາແຂວງ ໃຫ້ສາມາດກັບສູ່ສະພາບປົກກະຕິໄດ້ຢ່າງວອງໄວ, ໄດ້ຮີບຮ້ອນຟື້ນຟູສຸກເສີນຮີບດ່ວນດ້ານພື້ນຖານໂຄງລ່າງ, ດ້ານການຜະລິດກະສິກຳ ແລະ ສະເໜີລັດຖະບານ ອະ ນຸມັດແກ້ໄຂໂຄງການຟື້ນຟູສຸກເສີນ ແລະ ຟື້ນຟູໄລຍະຍາວ ເຂົ້າໃນແຜນຟື້ນຟູປົກກະຕິ ແຜນລົງທຶນຂອງລັດໃນແຕ່ລະປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments