Homeຂ່າວຕ່າງປະເທດຈີນ ​ຈະ​ຍົກ​ລະ​ດັບລະ​ບົບ​ນຳ​ທາງ​ດາວ​ທຽມ “​​ເປີຍ​ໂຕວ”​ ​ຕາມວົງ​ໂຄ​ຈອນ

ຈີນ ​ຈະ​ຍົກ​ລະ​ດັບລະ​ບົບ​ນຳ​ທາງ​ດາວ​ທຽມ “​​ເປີຍ​ໂຕວ”​ ​ຕາມວົງ​ໂຄ​ຈອນ

ຂ່າວສານຊີອາໄອລາຍງານໃນວັນທີ 14 ມີນາ ຜ່ານມາວ່າ: ຫ້ອງ​ການ​ຄຸ້ມ​ຄອງ​ລະ​ບົບ​ນຳ​ທາງ​ດ້ວຍດາວ​ທຽມຈີນ​ ແຈ້ງ​ໃຫ້​ຮູ້​ວ່າ: ລະ​ບົບນຳ​​ທາງດ້ວຍດາວ​ທຽມ​​ “​ເປີຍ​ໂຕວ”​ ຈະ​ໄດ້​ຮັບ​ການ​ຍົກ​ລະ​ດັບຕາມ​ວົງ​ໂຄ​ຈອນ​ໃນ​ໄວໆ​ນີ້ ໂດຍ​ຈະ​ປັບ​ປຸງ​ດາວ​ທຽມ​ບາງດວງ​ໃຫ້​ດີ​ຂຶ້ນ ເພື່ອ​ໃຫ້​ບໍ​ລິ​ການ​ທີ່​ດີ​ກວ່າ​ເກົ່າ. ໃນ​ໄລ​ຍະ​ການປັບປຸງນີ້, ​ການ​ທົດ​ສອບ​ຮ່ວມ​ກັນ ແລະ ການ​ຕິດ​ຕາມ​​ກວດ​ກາ ການ​ບໍ​ລິ​ການ​ຈະ​ໄດ້​ຮັບ​ການ​ເສີມ​ສ້າງຢ່າງ​ຕໍ່​ເນື່ອງ ເພື່ອ​ຮັບ​ປະ​ກັນໃຫ້ຜູ້ຊົມ​ໃຊ້​ໄດ້ຮັບ​​ປະ​ສົບ​ການ​ທີ່​ດີ​ຍິ່ງຂຶ້ນ.

ໃນ​ຖາ​ນະ​ທີ່​ເປັນ​ລະ​ບົບ​ນຳ​ທາງ​ດ້ວຍດາວ​ທຽມ​ທົ່ວ​ໂລກ​ທີ່​ມີການກໍ່​ສ້າງ​ສົມ​ບູນ​ແບບ, ມີ​ສະ​ມັດ​​ຖະ​ນະ​ທີ່​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ພາບ​ທີ່​ດີ​ເດັ່ນ, ປັດ​ຈຸ​ບັນ, ລະ​ບົບ​ນຳ​ທາງ​ດ້ວຍດາວ​ທຽມ “ເປີຍ​ໂຕວ” ​​ມີດາວ​ທຽມ 50 ດວງ​ກຳ​ລັງດຳ​ເນີນ​ງານ​ຢູ່​​ຕາມ​ວົງ​ໂຄ​ຈອນ, ຄວາມ​ຖືກ​ຕ້ອງ​ແມ່ນ​ຢຳ​ຂອງ​ສັນ​ຍານ​ທາງ​​ພື້ນ​ທີ່​ນ້ອຍກວ່າ 2 ແມັດ ແລະ ສາ​ມາດ​ໃຫ້​​ບໍ​ລິ​ການ​ກຳ​ນົດ​ທີ່​ຕັ້ງ​ທີ່​ມີ​ຄວາມ​ແມ່ນ​ຢຳ​ສູງ​ໃນ​ຂອບ​ເຂດ 10 ແມັດ​ແກ່​ລູກ​ຄ້າໃນ​ທົ່ວ​ໂລກ ຊຶ່ງໄດ້​ເຊື່ອມ​ໂຍງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ​ແຫ່ງ​ຊາດ​ຢ່າງ​ເລິກ​ເຊິ່ງ ແລະ ກາຍ​ເປັນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​ເພື່ອ​ຮັບ​ໃຊ້​ຊີ​ວິດ​ຂອງ​ປະ​ຊາ​ຊົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments