Homeຂ່າວຕ່າງປະເທດທ່ານ ໂຕເລິມ ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ທ່ານ ໂຕເລິມ ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 15 ມີນາ ນີ້, ຢູ່ຈຸດປ່ອນບັດໂຮງຮຽນມັດທະຍົມຕອນປາຍ ຟານດິ່ງຟຸ່ງ ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເຈິ່ນເກີມຕູ໋ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຜູ້ມີສິດເລືອກຕັ້ງໃນບໍລິເວນພັກອາໄສ ໄດ້ປະຕິບັດສິດ ແລະ ພັນທະພົນລະເມືອງຢູ່ເຂດປ່ອນບັດເລກທີ 2, ຫົວໜ່ວຍເລືອກຕັ້ງເລກ 1 ຕາແສງ ບາດິ່ງ ນະຄອນຫຼວງຮ່າໂນ້ຍ.

ຂ່າວລະບຸວ່າ: ເມື່ອແລກປ່ຽນກັບນັກຂ່າວພາຍຫຼັງການປ່ອນບັດ, ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນປະຈັກຕາວ່າພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງຈຳນວນຫຼວງຫຼາຍເຂົ້າຮ່ວມການປ່ອນບັດ. ທ່ານກ່າວວ່າ: ການເລືອກຕັ້ງຄັ້ງນີ້ໄດ້ດຳເນີນໃນໂອກາດພວກເຮົາຫາກໍຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຢ່າງສຳເລັດຜົນ. ທຸກແຜນນະໂຍບາຍ, ນະໂຍບາຍ, ກຳນົດທິດ, ທິດທາງພັດທະນາປະເທດຊາດຂອງພວກເຮົາໃນສະໄໝນີ້, ກໍຄືວິໄສທັດຂອງບັນດາສະໄໝຕໍ່ໄປໄດ້ຮັບການນຳສະເໜີ, ໂຄສະນາເຜີຍແຜ່ ແລະ ໄດ້ຮັບການສະໜັບສະໜູນຢ່າງສຸດຈິດສຸດໃຈຈາກປະຊາຊົນ, ພະນັກງານ, ສະມາຊິກພັກ ແລະ ຖືວ່າການເລືອກຕັ້ງຄັ້ງນີ້ແມ່ນວັນບຸນໃຫຍ່ຂອງປະເທດຊາດ ເພື່ອສະແດງສິດເສລີ, ສິດເປັນເຈົ້າຂອງຂອງຕົນໂດຍກົງ, ເພື່ອເລືອກເອົາຜູ້ມີອິດທິພົນຊື່ສຽງ, ມີຄວາມໄວ້ວາງໃຈຢ່າງພຽງພໍ ເພື່ອແບກຫາບບັນດາວຽກງານລວມຂອງປະເທດຊາດກໍຄືຂອງບັນດາທ້ອງຖິ່ນ.

ໃນໂອກາດນີ້, ທ່ານເລຂາທິການໃຫຍ່ ກໍຝາກຄຳຂອບໃຈເຖິງບັນດາອົງການສື່ມວນຊົນທີ່ໄດ້ປະກອບສ່ວນໂຄສະນາເຜີຍແຜ່, ຖະແຫຼງຂ່າວກ່ຽວກັບກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງບັນຍາກາດຟົດຟື້ນມ່ວນຊື່ນໃນທົ່ວປວງຊົນ ໃນວັນບຸນທົ່ວປະເທດເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments