Homeຂ່າວຕ່າງປະເທດການສົ່ງອອກ ICT ຂອງ ສ ເກົາຫຼີ ບັນລຸລະດັບສູງສຸດໃນເດືອນກຸມພາ

ການສົ່ງອອກ ICT ຂອງ ສ ເກົາຫຼີ ບັນລຸລະດັບສູງສຸດໃນເດືອນກຸມພາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ເປີດເຜີຍຫວ່າງມໍ່ໆມານີ້ວ່າ, ການສົ່ງອອກຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ຂອງ ສ ເກົາຫຼີ ໄດ້ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນໃນເດືອນກຸມພາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການເຊມິຄອນດັກເຕີ ທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ.

ຂ່າວລະບຸວ່າ: ຂໍ້ມູນຈາກກະຊວງດັ່ງກ່າວສະແດງໃຫ້ເຫັນວ່າ, ການສົ່ງອອກ ICT ຂອງ ສ ເກົາຫຼີ ໄດ້ເພີ່ມຂຶ້ນ 103.3% ໃນເດືອນກຸມພາ ເມື່ອທຽບໃສ່ປີກ່ອນ ບັນລຸ 33.62 ຕື້ໂດລາ ຊຶ່ງເປັນລະດັບສູງສຸດແບບບໍ່ເຄີຍມີມາກ່ອນສຳລັບເດືອນກຸມພາ.

ການສົ່ງອອກຊິບ ໄດ້ເພີ່ມຂຶ້ນສອງເທົ່າເປັນ 25.17 ຕື້ໂດລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການລົງທຶນໃນພື້ນຖານໂຄງລ່າງດ້ານປັນຍາປະດິດ (AI) ທີ່ເພີ່ມຂຶ້ນທົ່ວໂລກ ເຮັດໃຫ້ຄວາມຕ້ອງການຊິບໜ່ວຍຄວາມຈໍາ ແລະ ລາຄາເພີ່ມສູງຂຶ້ນດ້ວຍ.

ສ່ວນການສົ່ງອອກໜ້າຈໍສະແດງຜົນ (Display panel) ຫຼຸດລົງ 7.5% ມາຢູ່ທີ່ 1.36 ຕື້ໂດລາ, ໃນຂະນະທີ່ການສົ່ງອອກໂທລະສັບມືຖືເພີ່ມຂຶ້ນ 16.9% ມາຢູ່ທີ່ 1.24 ຕື້ໂດລາ.

ການສົ່ງອອກຄອມພິວເຕີ ແລະ ອຸປະກອນຕໍ່ພ່ວງເພີ່ມຂຶ້ນ 187.8% ມາຢູ່ທີ່ 2.72 ຕື້ໂດລາ, ໃນຂະນະທີ່ການສົ່ງອອກອຸປະກອນສື່ສານຫຼຸດລົງ 9% ມາຢູ່ທີ່ 170 ລ້ານໂດລາ.

ສຳລັບການນຳເຂົ້າ ICT ເພີ່ມຂຶ້ນ 19.6% ໃນເດືອນກຸມພາ ເມື່ອທຽບໃສ່ປີກ່ອນໜ້ານີ້ ມາຢູ່ທີ່ 13.05 ຕື້ໂດລາ, ເຮັດໃຫ້ ສ ເກົາຫຼີ ມີການເກີນດຸນການຄ້າໃນອຸດສາຫະກຳ ICT ຢູ່ທີ່ 20.57 ຕື້ໂດລາ. ໂດຍການນຳເຂົ້າຊິບ, ຈໍສະແດງຜົນ, ອຸປະກອນພົກພາ, ຄອມພິວເຕີ ແລະ ອຸປະກອນສື່ສານ ເພີ່ມຂຶ້ນໃນອັດຕາສອງໂຕເລກໃນເດືອນກຸມພາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments