ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 12 ມີນາຜ່ານມາ, ທ່ານ ສເຕຟານ ດູຈາຣິກ ໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດຢືນຢັນວ່າ: ອີງຕາມໂຕເລກຂໍ້ມູນຫຼ້າສຸດຂອງອົງການສະຫະປະຊາຊາດເພື່ອຊາວອົບພະຍົບ, ນັບແຕ່ສະຖານະການຮອບນີ້ຢູ່ພາກພື້ນຕາເວັນອອກກາງເຄັ່ງຕຶງຂຶ້ນເປັນຕົ້ນມາ, ຢູ່ປະເທດອີຣານ, ລີບັງ, ອັຟການີສະຖານ ແລະ ປາກິດສະຖານ, ມີປະຊາຊົນຫຼາຍກວ່າ 4.100.000 ຄົນບໍ່ມີບ່ອນຢູ່ອາໄສໃນປະເທດຂອງຕົນ ແລະ ອີກ 117.000 ຄົນໜີໄປປະເທດອື່ນເພື່ອຂໍລີ້ໄພ.
ທ່ານ ສເຕຟານ ດູຈາຣິກ ກ່າວຢໍ້າວ່າ: ຝ່າຍຕ່າງໆທີ່ປະທະກັນຕ້ອງປົກປ້ອງສາມັນຊົນ, ຮັບປະກັນຄວາມສະດວກຂອງຊ່ອງທາງການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ປະຕິບັດພັນທະສາກົນ ດ້ວຍການຮັກສາຊາຍແດນໃຫ້ເປີດກວ້າງເພື່ອໃຫ້ຜູ້ທີ່ຊອກຫາຄວາມປອດໄພ.

