ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 12 ມີນາ ນີ້, ຢູ່ນະຄອນຫລວງປັກກິ່ງ, ກອງປະຊຸມສອງສະພາຂອງຈີນ ໄດ້ຜ່ານມະຕິກ່ຽວກັບບົດລາຍງານວຽກງານຂອງລັດຖະບານ, ມະຕິກ່ຽວກັບແຜນແມ່ບົດແຫ່ງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ປະມວນກົດໝາຍສິ່ງແວດລ້ອມທຳມະຊາດ, ກົດໝາຍວ່າດ້ວຍການຊຸກຍູ້ຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ, ກົດໝາຍວ່າດ້ວຍແຜນການພັດທະນາແຫ່ງຊາດ ແລະ ອື່ນໆ. ກອງປະຊຸມສອງສະພາ ບໍ່ພຽງແຕ່ໄດ້ຈັດວາງງານໃນອະນາຄົດຂອງຈີນ ເທົ່ານັ້ນ, ຍັງໄດ້ວາງແຜນເສັ້ນທາງບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນໃນອະນາຄົດໃຫ້ແກ່ປະເທດຕ່າງໆອີກດ້ວຍ. ຈີນ ຈະເຮັດຫຍັງໃນ 5 ປີຕໍ່ໜ້າ, ໂລກຈະເຫັນຈີນ ແບບໃດໃນ 5 ປີຕໍ່ໜ້າ?
“ຄວາມທັນສະໄໝຈະບໍ່ຕົກລົງມາຈາກຟ້າຈັກເທື່ອ, ແຕ່ມັນເກີດຂຶ້ນມາຈາກການສູ້ຊົນຜ່ານຜ່າດ້ວຍຈິດໃຈເປັນເຈົ້າການທາງປະຫວັດສາດ.” ຈີນ ໃຊ້ແຜນ 5 ປີເປັນກອບເຮັດວຽກ, ໄດ້ແບ່ງເປົ້າໝາຍອັນຍິ່ງໃຫຍ່ອອກມາເປັນໜ້າທີ່ໃນແຕ່ລະໄລຍະ ເພື່ອບັນລຸການພັດທະນາ ແລະ ຄວາມກ້າວໜ້າຕາມແຕ່ລະຂັ້ນຕອນໃນການສ້າງສາຄວາມທັນສະໄໝຂອງສັງຄົມນິຍົມ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈຄວາມເປັນເຈົ້າການທາງປະຫວັດສາດຂອງພັກຄອມມູນິດຈີນ. ເມື່ອສັງເກດຈາກທົ່ວໂລກແລ້ວເຫັນວ່າ: ແຜນພັດທະນາ 5 ປີ ບໍ່ແມ່ນຈີນ ວາງອອກຫລືເປັນເອກະລັກສະເພາະຂອງຈີນ ເພາະມີຫລາຍປະເທດກໍໄດ້ປະຕິບັດແຜນພັດທະນາ 5 ປີ ເຊັ່ນດຽວກັນ, ແຕ່ມີພຽງຈີນ ເທົ່ານັ້ນໄດ້ຍຶດໝັ້ນເປັນເວລາດົນທີ່ສຸດ ແລະ ມີປະສິດທິຜົນດີທີ່ສຸດ. ນັບແຕ່ປີ 1953 ຮອດປີ 2026, ຈາກແຜນພັດທະນາ 5 ປີຄັ້ງທີໜຶ່ງຮອດຄັ້ງທີ 15, ຈາກ “ເກືອບເລີ່ມຈາກສູນ” ຮອດການສ້າງສອງມະຫັດສະຈັນຂອງໂລກ ຄື: ເສດຖະກິດພັດທະນາຢ່າງວ່ອງໄວ ແລະ ສັງຄົມມີສະຖຽນລະພາບຢ່າງຖາວອນ ເຊິ່ງໄດ້ສ້າງພື້ນຖານທີ່ໝັ້ນແກ່ນກວ່າເກົ່າໃຫ້ແກ່ການບັນລຸຄວາມທັນສະໄໝຂອງສັງຄົມນິຍົມໂດຍພື້ນຖານ.

5 ປີຂ້າງໜ້າ, ເປົ້າໝາຍເຕີບໂຕຂອງ GDP ຂອງຈີນ ແມ່ນ “ຮັກສາຢູ່ໃນລະດັບທີ່ສົມເຫດສົມຜົນ ແລະ ສະເໜີອອກມາຕາມສະພາບຄວາມເປັນຈິງໃນແຕ່ລະປີ ເພື່ອສ້າງພື້ນຖານທີ່ດີໃຫ້ແກ່ເປົ້າໝາຍເຮັດໃຫ້ GDP ສະເລ່ຍຕໍ່ຫົວຄົນໃນປີ 2035 ເພີ່ມຂຶຶ້ນໜຶ່ງເທົ່າເມື່ອທຽບໃສ່ປີ 2020 ແລະ ບັນລຸລະດັບປະເທດທີ່ພັດທະນາແລ້ວໃນລະດັບປານກາງ”. ການພັດທະນາແມ່ນບັນຫາສຳຄັນທີ່ເປັນຂໍກຸນແຈໃນການແກ້ໄຂທຸກບັນຫາ. ເຄັດລັບອີກຢ່າງໜຶ່ງໃນການບັນລຸ “ການປົກຄອງແບບຈີນ” ດ້ວຍແຜນພັດທະນາ 5 ປີ ແມ່ນກຳແໜ້ນຂໍກຸນແຈດັ່ງກ່າວ.
ການຮຽນພາສາຈີນ, ຝຶກມວຍໄທເກັກ, ດື່ມນ້ຳອຸ່ນ… ໃນຊຸມປີຜ່ານມາ, ສື່ສັງຄົມອອນລາຍຕາເວັນຕົກ ໄດ້ເກີດມີຄວາມນິຍົມທີ່ຢາກ “ກາຍເປັນຄົນຈີນ”. ເມື່ອບາງປະເທດຕາເວັນຕົກ ຜະເຊີນໜ້າກັບສະພາບເສດຖະກິດຊຸດໂຊມ, ສັງຄົມເກີດມີຄວາມປັ່ນປ່ວນ ແລະ ລັດທິປົກປ້ອງການຄ້າເງີຍຫົວຂຶ້ນ, ຈີນ ໄດ້ຮັກສາການພັດທະນາເສດຖະກິດ, ສັງຄົມມີສະຖຽນລະພາບ, ເປີດປະຕູສູ່ພາຍນອກ ແລະ ກວມລວມ ໄດ້ກາຍເປັນເປົ້າໝາຍທີ່ຊາວຕາເວັນຕົກອິດສາ. ຍິ່ງໄປກວ່ານັ້ນ, ຈີນ ຍັງຈະສືບຕໍ່ເປີດປະຕູສູ່ພາຍນອກຕື່ມອີກ. ບົດລາຍງານວຽກງານຂອງລັດຖະບານຈີນ ປີນີ້ໄດ້ສະເໜີໃຫ້ຕັ້ງໜ້າເປີດກວ້າງການເປີດປະຕູສູ່ພາຍນອກຢ່າງເປັນເຈົ້າການ, ເປີດກວ້າງການຮ່ວມມືເຊິ່ງກັນ ແລະ ກັນ, ຊຸກຍູ້ການສັບຊ້ອນໂຄງປະກອບການຄ້າກັບຕ່າງປະເທດໃຫ້ດີຂຶ້ນ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ແລະ ອື່ນໆ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ຄວາມພະຍາຍາມຂອງຈີນ ໃນການເປີດກວ້າງການເປີດປະຕູສູ່ພາຍນອກທາງລະບຽບການຢ່າງໜັກແໜ້ນ.

ໂລກໃນປັດຈຸບັນທີ່ມີການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີໄດ້ເລັ່ງໄວເຂົ້າ, ການປ່ຽນແປງ ແລະ ຄວາມປັ່ນປ່ວນປະສົມປະສານກັນ, ສົງຄາມ ຫລື ການປະທະກັນໄດ້ເກີດຂຶ້ນເລື້ອຍໆ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຊີ້ນຳວຽກງານທາງການທູດຂອງຈີນ ດ້ວຍຕົນເອງ ໄດ້ເພີ່ມຄວາມໝັ້ນທ່ຽງ ແລະ ຄວາມແນ່ນອນທີ່ລ້ຳຄ່າທີ່ສຸດໃຫ້ແກ່ໂລກທີ່ເຕັມໄປດ້ວຍຄວາມປັ່ນປ່ວນວຸ່ນວາຍ ແລະ ເຮັດໃຫ້ຈີນ ກາຍເປັນເສົາຄ້ຳທີ່ທົດແທນບໍ່ໄດ້ໃນໂລກ. 5 ປີຂ້າງໜ້າ, ຈີນ ຈະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຈັດຕັ້ງປະຕິບັດ 4 ຂໍ້ລິເລີ່ມທົ່ວໂລກ, ຕັ້ງໜ້າເຂົ້າຮ່ວມ ແລະ ນຳພາການຄຸ້ມຄອງເສດຖະກິດໂລກ, ສະໜອງຜະລິດຕະພັນສາທາລະນະອື່ນໆເປັນຕົ້ນ ເຊິ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ໃນໂລກທີ່ເຕັມໄປດ້ວຍຄວາມປັ່ນປ່ວນວຸ່ນວາຍ, ຈີນ ມີຄວາມໝັ້ນຄົງຢ່າງສະເໝີຕົ້ນສະເໝີປາຍ, ເປັນປະເທດທີ່ມີນ້ຳໃຈຮັບຜິດຊອບທີ່ຄາດຄະເນໄດ້, ໄວ້ໃຈໄດ້ ແລະ ເພິ່ງພາອາໄສໄດ້, ແມ່ນໜຶ່ງໃນກຳລັງທີ່ສຳຄັນທີ່ສຸດຂອງໂລກ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມຍຸຕິທຳ.

