ສຳນັກຂ່າວອິນໂຟເຄວສ ລາຍງານວ່າ: ອີຣານ ຍັງສືບຕໍ່ສົ່ງນໍ້າມັນດີບ ຈຳນວນຫລາຍໃຫ້ແກ່ ຈີນ ຜ່ານທາງຊ່ອງແຄບຮໍມຸ (Strait of Hormuz) ເຖິງແມ່ນວ່າ ການປະທະກັນ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ກັບ ອີຣານ ຈະເຮັດໃຫ້ ການຂົນສົ່ງ ນໍ້າມັນ ຜ່ານເສັ້ນທາງນໍ້າ ທີ່ສຳຄັນແຫ່ງນີ້ ຕ້ອງພົບກັບຄວາມຫຍຸ້ງຍາກ ແລະ ອັນຕະລາຍກໍ່ຕາມ. ໂດຍອີຣານ ໄດ້ສົ່ງນໍ້າມັນດີບ ຢ່າງໜ້ອຍ 11,7ລ້ານຖັງ ຜ່ານຊ່ອງແຄບຮໍມຸ ນັບຕັ້ງແຕ່ ສົງຄາມ ເລີ່ມຕົ້ນຂຶ້ນ ເມື່ອວັນທີ 28 ກຸມພາ, ໂດຍນໍ້າມັນທັງໝົດນີ້ ໄດ້ມຸ້ງໜ້າໄປຍັງ ປະເທດ ຈີນ . ໃນຂະນະທີ່ ກຳປັ່ນ ບັນທຸກນໍ້າມັນ 6 ລຳ ທີ່ກວດພົບ ໃນພາບຖ່າຍ ດາວທຽມວ່າ ໄດ້ເດີນທາງ ອອກຈາກ ອີຣານ ຕັ້ງແຕ່ ວັນທີ 28 ກຸມພາ ແລະ ມີ 3 ລຳ ທີ່ຕິດທຸງຊາດອີຣານ.
ອີຣານ ເລັ່ງສືບຕໍ່ສົ່ງນໍ້າມັນຫລາຍລ້ານຖັງ ໃຫ້ ຈີນ
RELATED ARTICLES

