Homeຂ່າວຕ່າງປະເທດສ.ອາເມລິກາ ອະນຸຍາດໃຫ້ທົ່ວໂລກຊື້ນໍ້າມັນ ຣັດເຊຍ ຢູ່ກາງທະເລຊົ່ວຄາວ

ສ.ອາເມລິກາ ອະນຸຍາດໃຫ້ທົ່ວໂລກຊື້ນໍ້າມັນ ຣັດເຊຍ ຢູ່ກາງທະເລຊົ່ວຄາວ

ສຳນັກຂ່າວ ອິນໂຟເຄວສ: ລັດຖະບານ ສ.ອາເມລິກາ ໄດ້ອະນຸຍາດໃຫ້ ປະເທດຕ່າງໆ ສາມາດຊື້ນໍ້າມັນຂອງ ຣັດເຊຍ ທີ່ຢູ່ໃນລະຫວ່າງ ການຂົນສົ່ງທາງທະເລ ເປັນການຊົ່ວຄາວ ເພື່ອສ້າງສະຖຽນລະພາບ ໃຫ້ກັບຕະຫລາດ ພະລັງງານ.

ທ່ານ ສະກ໊ອດ ເບສເຊນ ລັດຖະມົນຕີ ກະຊວງການເງິນ ສ.ອາເມລິກາ ໂພສຂໍ້ຄວາມ ຢູາແພດຟອມຣ X ວ່າ: ມາດຕະການ ດັ່ງກ່າວ ເປັນໄລຍະສັ້ນ ທີ່ ກໍານົດຂອບເຂດ ຢ່າງຈຳກັດ ຊຶ່ງໃຊ້ສະເພາະກັບ ນໍ້າມັນ ທີ່ຢູ່ໃນ ລະຫວ່າງການຂົນສົ່ງແລ້ວເທົ່ານັ້ນ. ລາຄານໍ້າມັນ ທີ່ເພີ່ມຂຶ້ນ ຊົ່ວຄາວ ໃນຂະນະນີ້ ເປັນພຽງການ ປັ່ນປ່ວນໄລຍະສັ້ນ ແລະ ຊົ່ວຄາວ ຊຶ່ງໃນໄລຍະຍາວ ຈະກໍ່ໃຫ້ເກີດ ປະໂຫຍດຢ່າງມະຫາສານ ຕໍ່ປະເທດ ແລະ ເສດຖະກິດ. ມາດຕະການ ຊົ່ວຄາວ ຈະບໍ່ໄດ້ປະໂຫຍດ ທາງການເງິນ ທີ່ມີໄນສຳຄັນ ຕໍ່ລັດຖະບານ ຣັດເຊຍ ເນື່ອງຈາກ ຣັດເຊຍ ມີລາຍໄດ້ ດ້ານພະລັງງານ ສ່ວນໃຫຍ່ ຈາກພາສີ ທີ່ເກັບໄດ້ ຢູ່ໃນຈຸດ ທີ່ມີການຂຸດເຈາະ./

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments