Homeຂ່າວຕ່າງປະເທດຫວຽດນາມ ຖືເປັນສຳຄັນການຮ່ວມມືດ້ານພະລັງງານກັບ ສ.ອາເມລິກາ

ຫວຽດນາມ ຖືເປັນສຳຄັນການຮ່ວມມືດ້ານພະລັງງານກັບ ສ.ອາເມລິກາ

ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 10 ມີນາ, ຢູ່ນະຄອນຫລວງ ຮ່າໂນ້ຍ ຂອງ ຫວຽດນາມ, ກຸ່ມບໍລິສັດ GE Vernova Inc, ສ.ອາເມລິກາ ໄດ້ຈັດເວທີປາໄສ ພະລັງງານ ດ້ານການປ່ຽນແປງ.

ໂດຍທ່ານ ເລແມ້ງຮຸ່ງ ຜູ້ຮັກສາການ ລັດຖະມົນຕີ ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ໃຫ້ ຄຳໝັ້ນສັນຍາ ບັນລຸເປົ້າໝາຍ ການປ່ອຍອາຍພິດ ລົງເປັນ “0” ໃນປີ 2050 ທີ່ ບັນດາກອງປະຊຸມບັນດາຝ່າຍ ເຂົ້າຮ່ວມ ສົນທິສັນຍາແມ່ ຂອງ ສະຫະປະຊາຊາດ ກ່ຽວກັບ ການປ່ຽນແປງ ຂອງ ດິນຟ້າອາກາດ (COP26) ປີ 2021. ເພື່ອປະຕິບັດໄດ້ເປົ້າໝາຍ ດັ່ງກ່າວ, ຫວຽດນາມ ຕ້ອງມີການຮ່ວມມື ຢ່າງແໜ້ນແຟ້ນ ຂອງບັນດາຄູ່ຮ່ວມມືສາກົນ, ພິເສດແມ່ນບັນດາ ວິສາຫະກິດ ແລະ ກຸ່ມບໍລິສັດ ເຕັກໂນໂລຊີ ພະລັງງານແຖວໜ້າໂລກ. ດ້ວຍບົດບາດແມ່ນອົງການຄຸ້ມຄອງຂອງລັດ ໃນຂົງເຂດພະລັງງານ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວ ທີ່ ຈະຮ່ວມ ເດີນທາງພ້ອມກັບ ວິສາຫະກິດສາກົນ ໃນວິວັດການ ພັດທະນາລະບົບ ພະລັງງານ ຂອງ ຫວຽດນາມ.

ໃນໄລຍະຈະມາເຖິງ, ທາງກະຊວງ ກ່ຽວຂ້ອງ ຈະສືບຕໍ່ ເປັນເສນາທິການ ກັບ ຂັ້ນທີ່ມີສິດອຳນາດ ເພື່ອສ້າງແລວທາງນິຕິກຳ ໃຫ້ສົມບູນແບບ, ປັບປຸງສະພາບແວດລ້ອມ ແຫ່ງການລົງທຶນ ແລະ ຊຸກຍູ້ບັນດາ ກົນໄກ ຮ່ວມມື ເພື່ອສ້າງເງື່ອນໄຂ ສະດວກ ໃຫ້ແກ່ ວິສາຫະກິດ ເຂົ້າຮ່ວມ ການພັດທະນາ ບັນດາໂຄງການ ພະລັງງານຢູ່ ຫວຽດນາມ ຢ່າງເລິກເຊິ່ງກວ່າ./

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments