Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດແບບທາງໄກ ກ່ຽວກັບສະພາບການໃນຕາເວັນອອກກາງ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດແບບທາງໄກ ກ່ຽວກັບສະພາບການໃນຕາເວັນອອກກາງ

ໃນຕອນບ່າຍວັນທີ 13 ມີນາ 2026, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ສະໄໝພິເສດແບບທາງໄກ ກ່ຽວກັບສະພາບການໃນຕາເວັນອອກກາງ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ຟິລິບປິນ ໃນນາມປະທານອາຊຽນ ປີ 2026.

ກອງປະຊຸມໄດ້ຮັບຟັງການລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບ ຜົນກະທົບໂດຍລວມຂອງສະ ພາບການໃນຕາເວັນອອກກາງຕໍ່ພາກພື້ນອາຊຽນ. ພ້ອມນີ້, ກອງປະຊຸມກໍໄດ້ແລກປ່ຽນຄໍາຄິດເຫັນ ແລະ ປຶກສາຫາ ລືກ່ຽວກັບສະພາບການທີ່ກຳລັງເກີດໃນພາກພື້ນຕາເວັນອອກກາງ ຊຶ່ງເຫັນວ່າໄດ້ສົ່ງຜົນກະທົບຕໍ່ກັບພາກພື້ນ ທັງໃນ ໄລຍະສັ້ນ ແລະ ໄລຍະຍາວ ໂດຍສະເພາະຜົນກະທົບຕໍ່ດ້ານມະນຸດສະທຳ, ດ້ານເສດຖະກິດ ກໍຄື ຜົນກະທົບຕໍ່ ຄວາມໝັ້ນຄົງດ້ານພະລັງງານ, ສະບຽງອາຫານ ແລະ ອື່ນໆ. ກອງປະຊຸມ ຍັງໄດ້ສະແດງຄວາມເປັນຫ່ວງ ແລະ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງເພີ່ມທະວີຄວາມອົດທົນອົດກັ້ນ, ຢຸດຕິການກະທໍາທີ່ຮຸນແຮງ ພ້ອມທັງໄດ້ຢໍ້າຄືນ ຄວາມສໍາຄັນຂອງການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ ແລະ ການເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະ ຊາຊາດ.

ກອງປະຊຸມ ໄດ້ຊຸກຍູ້ໃຫ້ບັນດາຂະແໜ່ງການທີ່ກ່ຽວຂ້ອງຂອງອາຊຽນ ເພີ່ມທະວີການຮ່ວມມືກັນຢ່າງໃກ້ຊິດ ເພື່ອສ້າງຄວາມເຂັ້ມແຂງ ແລະ ຮ່ວມກັນກຽມຄວາມພ້ອມເພື່ອຮັບມືກັບສີ່ງທ້າທາຍຕ່າງໆ ທີ່ອາດເກີດຂຶ້ນຈາກຜົນ ກະທົບຄວາມຂັດແຍ່ງໃນພາກພື້ນດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments