Homeຂ່າວພາຍໃນຊາວພຸດ ຮ່ວມເທທອງຫລໍ່ພະພຸດທະຮູບ

ຊາວພຸດ ຮ່ວມເທທອງຫລໍ່ພະພຸດທະຮູບ

ສຳນັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຈັດພິທີເທທອງຫລໍ່ພະພຸດທະຮູບ 6 ອົງ ເພື່ອປະດິດສະຖານໄວ້ວັດປ່ານາຄູນນ້ອຍ ໃນວັນທີ 14 ມີນາ 2026 ນີ້, ນຳໂດຍ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ມີພະເຖລານຸເຖລະ, ເຈົ້າພາບ, ເຈົ້າສັດທາ, ພ້ອມດ້ວຍພຸດທະສາສະນິກະຊົນລາວບັນດາເຜົ່າ ເຂົ້າຮ່ວມ.

ໂອກາດນີ້, ພະອາຈານໃຫຍ່ ສີທົນ ໄຊຍະວົງສອນ ເຈົ້າອະທິການວັດປ່ານາຄູນນ້ອຍ ໄດ້ໃຫ້ຮູ້ວ່າ: ພະພຸດທະຮູບ 6 ອົງ ທີ່ຫລໍ່ໃນຄັ້ງນີ້, ມີພະພຸດທະຮູບ ປາງສໍາມະທິ ແລະ ປາງຊະນະມານ, ພາຍຫລັງຫລໍ່ສຳເລັດ ຈະໄດ້ສືບຕໍ່ຈັດພິທີກຳທາງພຸດທະສາສະໜາ ກໍຄື ສູດສົມໂພດພະ, ຫລັງຈາກນັ້ນ, ຈະນໍາໄປປະດີດສະຖານໄວ້ປະຕູໂຂງເຂົ້າວັດປ່ານາຄູນນ້ອຍ ເພື່ອເປັນສິລິມຸງຄຸນ, ປະຕິບັດຕາມຮິດຄອງປະເພນີລາວ.

ການຫລໍ່ພະພຸດທະຮູບ ເປັນພິທີກຳ ແລະ ປະເພນີອັນດີງາມ ຂອງຊາດລາວເຮົາ ທີ່ໄດ້ປະຕິບັດກັນມາແຕ່ດົນນານ ເພື່ອໃຫ້ລູກຫລານຊາວພຸດ ທີ່ມີຈິດໃຈເຫລື້ອມໃສສັດທາ ໄດ້ມາກາບໄຫວ້ສັກກະລະບູຊາ ເພື່ອເປັນບຸນເປັນກຸສົນ, ຍຶດໜ່ຽວຈິດໃຈ ໃຫ້ຢູ່ໃນຄວາມສະຫງົບ, ໂປ່ງໃສ, ມີສິນ, ມີທຳ, ຄິດດີ, ທຳດີ, ປະຕິບັດແຕ່ສິ່ງດີໆ. ທັງເປັນການ ເຕົ້າໂຮມຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໃຫ້ມີຄວາມສາມັກຄີປອງດອງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອຄ້ຳຈູນພະພຸດທະສາສະໜາໃຫ້ຈະເລີນງອກງາມ ເປັນທີ່ເພິ່ງທາງໃຈຂອງຊາວພຸດລາວບັນດາເຜົ່າຕະຫລອດໄປ.

ສຳລັບ ຕອນເຊົ້າວັນທີ 15 ມີນາ 2026 ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ຍັງໄດ້ຮ່ວມໃສ່ບາດ ຖວາຍສັງຄະທານ ແດ່ພະສົງ 80 ອົງ ເພື່ອອຸທິດສ່ວນບຸນ, ສ່ວນກຸສົນ ເຖິງດວງວິນຍານຂອງບັນພະບູລຸດ, ໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີບໍ່ມີຍາດ, ເພື່ອນມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ ເພື່ອເປັນບຸນ, ເປັນກຸສົນ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments