ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັດຈອມແກ້ວອ່ອນມະໄລສີ ໄຊຍະຣາມ ເມືອງກະລຶມ ແຂວງເຊກອງ ຈັດບຸນແຫ່ຜ້າປ່າມະຫາສາມັກຄີ ຂຶ້ນໃນວັນທີ 13 ມີນາ 2026 ຊຶ່ງນຳໂດຍພະອາຈານ ບຸນຍືນ ບັ້ງທອງ ຮອງປະທານອົງການພຸດທະສາສະໜາ ສຳພັນລາວ (ອພສ) ແຂວງເຊກອງ, ມີພະອາຈານ ບົວເງິນ ແສງມະນີລາດ ຮອງປະທານ ອພສ ແຂວງ, ພະເຖລາ-ນຸເຖລະ, ການນໍາ-ອະດີດການນໍາເມືອງ, ຊາວພຸດ ພາຍໃນເມືອງ, ຕ່າງເມືອງ ແລະ ຕ່າງແຂວງ ເຂົ້າຮ່ວມ.
ການຈັດກອງບຸນຜ້າປ່າມະຫາສາມັກຄີໃນຄັ້ງນີ້, ເພື່ອເປັນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ທາງພຸດທະສາສະໜາ ເພື່ອຮັກສາໄວ້ຂະນົບທຳນຽມ, ຮີດຄອງປະເພນີອັນດີງາມ ຊຶ່ງເປັນມູນມໍລະດົກວັດທະນະທຳອັນລໍ້າຄ່າ ຂອງປວງຊົນລາວໃຫ້ຍືນຍົງຄົງຄຸນຄ່າ ຢູ່ຄູ່ກັບຄົນລາວ ກໍຄື ຊາດລາວຕະຫລອດໄປ ແລະ ອີກດ້ານໜຶ່ງ ກໍເພື່ອເປັນການປຸກລະດົມທຶນຈາກທຸກພາກສ່ວນຂອງສັງຄົມ ປະກອບສ່ວນເຂົ້າໃນການພັດທະນາວັດວາອາຮາມ ໂດຍສະເພາະ ການກໍ່ສ້າງສາລາໂຮງທໍາຫລັງໃໝ່ ທີ່ຫາກໍວາງສີລາລຶກໃນຕອນເຊົ້າຂອງມື້ນີ້.

ການຈັດບຸນຜ້າປ່າສາມັກຄີໃນຄັ້ງນີ້, ຈັດຂຶ້ນເປັນເວລາ 2 ວັນ ໃນນີ້, ວັນທີ 13 ມີນາ 2026 ຄະນະສົງ, ອົງການປົກຄອງເມືອງ ແລະ ອົງການປົກຄອງບ້ານ ພ້ອມດ້ວຍເຖົ້າແກ່ແນວໂຮມ, ເຈົ້າສັດທາ ໄດ້ພ້ອມກັນແຫ່ກອງຜ້າປ່າມະຫາສາມັກຄີ, ຕົ້ນກາລະພຶກ, ຈະຕຸປັດໄຈ, ເຄື່ອງໄຊຍະທານຕ່າງໆ ແລະ ໃນຕອນເຊົ້າໃນວັນທີ 14 ມີນາ 2026 ແມ່ນໄດ້ມີການຕັກບາດ, ຖວາຍເຄື່ອງທານ ເປັນອັນຈົບພິທີ.
ຂ່າວ: ສັນຍາ

