ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງປະດັບຫລຽນໄຊພັດທະນາ ຊັ້ນ I ແລະ ຫລຽນລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ ທ່ານ ອຸທັນ ໄຕລິດທິ ຜູ້ອຳນວຍການ ບໍລິສັດ ລາວສະແຕນດາດ ຄອນໂທຣ ຈຳກັດ (Lao Standard Control Co., Ltd) ໃນຖານະນັກ ທຸລະກິດທີ່ມີຜົນງານດີເດັ່ນໃນການປະກອບສ່ວນທຶນຮອນສ່ວນຕົວເຂົ້າໃນໂຄງການກໍ່ສ້າງ ແລະ ປັບປຸງໂຮງຮຽນປະຖົມສີວິໄລ ເມືອງປາກຊັນ ແຂວງບໍລິຄຳໄຊ ລວມມູນຄ່າເກືອບ 5 ຕື້ກີບ.

ພິທີປະດັບຫລຽນໄຊພັດທະນາ ຊັ້ນ I ແລະ ຫລຽນລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈັດຂຶ້ນໃນວັນທີ 12 ມີນາ 2026 ຢູ່ໂຮງຮຽນປະຖົມສີວິໄລ ເມືອງປາກຊັນ, ໃຫ້ກຽດປະດັບຫລຽນໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນໍາພັກ-ລັດຂັ້ນສູນກາງ, ແຂວງບໍລິຄໍາໄຊ, ເມືອງ ແລະ ອໍານາດການປົກຄອງບ້ານເຂົ້າຮ່ວມ. ທັງນີ້ ກໍເພື່ອເປັນການຍ້ອງຍໍສັນລະເສີນບຸກຄົນທີ່ມີຜົນງານດີເດັ່ນ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າໃນການປະກອບສ່ວນພັດທະນາປະເທດຊາດ ຊຶ່ງຜົນງານດັ່ງກ່າວ, ຖືເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາພັດທະນາພື້ນຖານໂຄງລ່າງດ້ານການສຶກສາຢູ່ທ້ອງຖິ່ນ, ຊ່ວຍສ້າງໂອກາດໃຫ້ເດັກນ້ອຍລາວໄດ້ມີສະຖານທີ່ຮຽນຮູ້ທີ່ທັນສະໄໝ ແລະ ປອດໄພ.

ການຍ້ອງຍໍໃນຄັ້ງນີ້, ບໍ່ພຽງແຕ່ເປັນການໃຫ້ກຽດຕໍ່ບຸກຄົນເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມໃຫ້ພາກສ່ວນ ທຸລະກິດ ເຫັນໄດ້ເຖິງຄວາມສໍາຄັນຂອງການມີສ່ວນຮ່ວມກັບສັງຄົມ ເພື່ອຮ່ວມກັນສ້າງອະນາຄົດຂອງຊາດໃຫ້ເຂັ້ມແຂງຂຶ້ນເລື້ອຍໆ.

