ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ໃນກອງປະຊຸມສອງສະພາຂອງຈີນ ທຸກປີ, ຜູ້ແທນປະຊາຊົນ ແລະ ກຳມະການ ທັງຫລາຍໄດ້ຕັ້ງໜ້າປະກອບຄຳຄິດຄຳເຫັນ, ເຮັດໃຫ້ສຽງຈາກຂັ້ນຮາກຖານຖືກສົ່ງໄປເຖິງຂັ້ນຕັດສິນນະໂຍບາຍຂອງລັດຖະບານນັບມື້ນັບຫລາຍຂຶ້ນ ແລ້ວກາຍເປັນນະໂຍບາຍສຳຄັນຂອງປະເທດ ເຊິ່ງໄດ້ສະແດງໃຫ້ເຫັນເຖິງພະລັງຊີວິດອັນເຂັ້ມແຂງຂອງປະຊາທິປະໄຕປະຊາຊົນທົ່ວຂະບວນການ.
ໂດຍຜ່ານຈາກກອງປະຊຸມສອງສະພາ, ປະຊາຊົນທັງຫລາຍບໍ່ພຽງແຕ່ໄດ້ຮູ້ໄດ້ເຫັນແຜນຜັງການພັດທະນາຂອງຈີນ ເທົ່ານັ້ນ, ຍັງສາມາດຮັບຮູ້ເຖິງປະຊາທິປະໄຕທີ່ “ກວ້າງຂວາງທີ່ສຸດ, ຕິດແທດຕົວຈິງທີ່ສຸດ ແລະ ບັງເກີດຜົນທີ່ສຸດ”.
ປັດຈຸບັນນີ້, ຈີນ ມີຜູ້ແທນສະພາປະຊາຊົນ 5 ລະດັບ ທັງໝົດ 2,77 ລ້ານຄົນ, ໃນນັ້ນເກືອບ 95% ແມ່ນຜູ້ແທນຂັ້ນເມືອງ ແລະ ຂັ້ນຕາແສງ, ມີຫລາຍຄົນແມ່ນກຳມະກອນ, ກະສິກອນ ແລະ ນັກວິຊາການຂັ້ນຮາກຖານ. ເຂົາເຈົ້າໄດ້ນຳເອົາສຽງຮຽກຮ້ອງຂອງປະຊາຊົນເຂົ້າສະເໜີໃນກອງປະຊຸມສອງສະພາ. ນັກວິເຄາະເຫັນວ່າ: ຈີນ ໄດ້ອະນຸຍາດໃຫ້ປະຊາຊົນຂັ້ນຮາກຖານເຂົ້າສູ່ກົງຈັກລັດ, ນີ້ເປັນສິ່ງທີ່ຫາຍາກທີ່ສຸດໃນໂລກ.

ປະຊາທິປະໄຕທີ່ດີນັ້ນຍັງຕ້ອງຮັບເອົາຄວາມເຫັນ ແລະ ຂໍ້ສະເໜີທີ່ດີຈາກປະຊາຊົນ ເພື່ອດຶງເອົາສະຕິປັນຍາທີ່ກວ້າງຂວາງທີ່ສຸດ ແລະ ກຳລັງວັງຊາທີ່ເລິກເຊິ່ງທີ່ສຸດ. ປີນີ້ແມ່ນປີເລີ່ມຕົ້ນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ. ການຄົ້ນຄວ້າພິຈາລະນາ ແລະ ປຶກສາຫາລືຮ່າງແຜນພັດທະນາແມ່ນໜຶ່ງໃນເນື້ອໃນຈຸດສຸມຂອງກອງປະຊຸມສອງສະພາປີນີ້. ຕາມຂ່າວແຈ້ງວ່າ: ໃນການຂໍຄວາມເຫັນຜ່ານທາງອິນເຕີເນັດ ສຳລັບການຮ່າງແຜນພັດທະນາໃນລະຫວ່າງ ເດືອນພຶດສະພາ ຫາ ເດືອນມິຖຸນາ ປີກາຍນີ້, ໄດ້ຮັບຂໍ້ສະເໜີທີ່ດີທັງໝົດ 3,11 ລ້ານຂໍ້, ໂດຍຜ່ານຈາກການຮຽບຮຽງ ແລະ ຄັດຈ້ອນ, ໄດ້ກາຍເປັນຂໍ້ສະເໜີທີ່ມີລັກສະນະສ້າງສັນ ແລະ ລັກສະນະຕົວແທນ 1.500 ກວ່າຂໍ້ ກວມເອົາ 27 ດ້ານ, ໃນນັ້ນ, ມີຫລາຍຂໍ້ຖືກຈັດເຂົ້າໃນມາດຕະການທີ່ກ່ຽວຂ້ອງໃນຂໍ້ສະເໜີຂອງສູນກາງພັກຄອມມູນິດຈີນ ຕໍ່ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ດ້ວຍຮູບແບບທີ່ເໝາະສົມ.
ປະຊາທິປະໄຕທີ່ດີຍັງສາມາດແກ້ໄຂບັນຫາໄດ້ຢ່າງແທ້ຈິງ. ຕາມສະຖິຕິ, ປີ 2025, ລັດຖະບານ ແລະ ອົງການປົກຄອງທຸກຂັ້ນຂອງຈີນ ໄດ້ແກ້ໄຂຂໍ້ສະເໜີຈາກຜູ້ແທນສະພາປະຊາຊົນ 8.754 ສະບັບ ແລະ ຄວາມເຫັນຈາກສະພາປຶກສາການເມືອງປະຊາຊົນແຫ່ງຊາດ 4.868 ສະບັບ, ຕ່າງໄດ້ກວມເອົາ 95,6% ແລະ 97,3% ຂອງຍອດຈຳນວນຂໍ້ສະເໜີ ແລະ ຄວາມເຫັນຕາມລຳດັບ, ລ້ວນແຕ່ໄດ້ແກ້ໄຂສຳເລັດຕາມເວລາກຳນົດ.
ນັກວິເຄາະ ເຫັນວ່າ: ການປະຕິບັດປະຊາທິປະໄຕປະຊາຊົນທົ່ວຂະບວນການ ທີ່ປະສົບຜົນສຳເລັດ ບໍ່ພຽງແຕ່ໄດ້ເປັນສິ່ງຄ້ຳປະກັນດ້ານລະບຽບການໃຫ້ແກ່ຄວາມທັນສະໄໝແບບຈີນ ເທົ່ານັ້ນ, ຫາກຍັງໄດ້ເປັນບົດຮຽນທີ່ດີໃຫ້ແກ່ປະເທດພວມພັດທະນາທັງຫລາຍໄດ້ຄົ້ນຫາຮູບແບບປະຊາທິປະໄຕທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ ແລະ ເຮັດໃຫ້ຮູບຖານອະລິຍະທຳທາງການເມືອງຂອງມວນມະນຸດອຸດົມສົມບູນກວ່າເກົ່າ.

