ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 11 ມີນາ ຜ່ານມາ, ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ປິດລົງຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ໂດຍມີທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນ ພ້ອມດ້ວຍຜູ້ນຳພັກ ແລະ ລັດ ເຂົ້າຮ່ວມ. ທ່ານ ຫວາງຮູ້ນິງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ກ່າວຄຳປາໄສ.
ກອງປະຊຸມດັ່ງກ່າວໄດ້ຮັບຮອງມະຕິຂອງ ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ກ່ຽວກັບບົດລາຍງານວຽກງານຂອງຄະນະປະຈຳສະພາ; ໄດ້ຮັບຮອງມະຕິຂອງ ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ກ່ຽວກັບບົດລາຍງານສະພາບການປະຕິບັດວຽກງານຂໍ້ສະເໜີນັບແຕ່ ກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ເປັນຕົ້ນມາ; ໄດ້ຮັບຮອງບົດລາຍງານຂອງຄະນະກຳມາທິການວຽກງານຂໍ້ສະເໜີຄະນະປະຈຳສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຊຸດທີ 14 ກ່ຽວກັບສະພາບການພິຈາລະນາຂໍ້ສະເໜີທີ່ຍື່ນຕໍ່ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຊຸດທີ 14; ໄດ້ຮັບຮອງມະຕິການເມືອງຂອງ ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14.
ກອງປະຊຸມຄັ້ງທີ 4 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ດໍາເນີນວາລະຕ່າງໆດ້ວຍຜົນສຳເລັດຢ່າງຈົບງາມແລ້ວ.

