Homeຂ່າວຕ່າງປະເທດວິກິດການຂົນສົ່ງທາງທະເລໃນຊ່ອງແຄບຮໍມຸສ ສ່ຽງກະທົບຕ່ອງໂສ້ການສະໜອງທົ່ວໂລກ

ວິກິດການຂົນສົ່ງທາງທະເລໃນຊ່ອງແຄບຮໍມຸສ ສ່ຽງກະທົບຕ່ອງໂສ້ການສະໜອງທົ່ວໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ ຜ່ານມາວ່າ: ກອງປະຊຸມສະຫະປະຊາຊາດ ວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ໄດ້ເປີດເຜີຍໃນວັນທີ 10 ມີນາ ຜ່ານມາວ່າ: ການສັນຈອນທາງທະເລທີ່ຢຸດສະງັກໃນບໍລິເວນຊ່ອງແຄບຮໍມຸສ ເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ເກີດຄວາມກັງວົນກ່ຽວກັບຜົນກະທົບຢ່າງກວ້າງຂວາງຕໍ່ຕະຫຼາດພະລັງງານ, ການຂົນສົ່ງທາງເຮືອ ແລະ ລະບົບຕ່ອງໂສ້ການສະໜອງທົ່ວໂລກ.

ຂ່າວສານຊິນຮວາ ໄດ້ນຳສະເໜີບົດລາຍງານກ່ຽວກັບການວິເຄາະຂອງ UNCTAD ທີ່ລະບຸວ່າ: ການເພີ່ມຂຶ້ນຂອງການປະຕິບັດງານທາງທະຫານໃນພາກພື້ນໄດ້ສົ່ງຜົນກະທົບຕໍ່ການຂົນສົ່ງຜ່ານຊ່ອງແຄບຮໍມຸສ ຊຶ່ງເປັນເສັ້ນທາງທີ່ສຳຄັນທີ່ຮອງຮັບການຂົນສົ່ງນໍ້າມັນທາງທະເລປະມານໜຶ່ງສ່ວນສີ່ຂອງໂລກ, ພ້ອມທັງອາຍແກ໊ສທຳມະຊາດແຫຼວ (LNG) ແລະ ປຸ໋ຍ ໃນຈຳນວນຫຼວງຫຼາຍ.

ບົດລາຍງານລະບຸວ່າ, ຕະຫຼາດນ້ຳມັນໄດ້ຕອບສະໜອງຢ່າງວ່ອງໄວຕໍ່ສະຖານະການດັ່ງກ່າວ, ໂດຍລາຄານ້ຳມັນດິບ Brent ເກີນ 90 ໂດລາຕໍ່ບາເຣວໃນເວລາບໍ່ດົນຫຼັງຈາກນັ້ນ.

UNCTAD ເຕືອນວ່າ: ຜົນກະທົບເຫຼົ່ານີ້ອາດຈະບໍ່ຈຳກັດຢູ່ແຕ່ຕະຫຼາດພະລັງງານເທົ່ານັ້ນ, ເນື່ອງຈາກການຄ້າຂາຍປຸ໋ຍທາງທະເລປະມານໜຶ່ງສ່ວນສາມຂອງໂລກຕ້ອງຂົນສົ່ງຜ່ານຊ່ອງແຄບນີ້ ຊຶ່ງອາດຈະສົ່ງຜົນກະທົບຕໍ່ການເຂົ້າເຖິງປຸ໋ຍສຳລັບບັນດາປະເທດທີ່ທຸກຍາກທີ່ສຸດໃນໂລກ.

ບົດລາຍງານລະບຸວ່າ: ຄ່າໃຊ້ຈ່າຍດ້ານພະລັງງານ, ປຸ໋ຍ ແລະ ການຂົນສົ່ງທີ່ເພີ່ມຂຶ້ນອາດຈະເຮັດໃຫ້ລາຄາອາຫານສູງຂຶ້ນ ແລະ ເຮັດໃຫ້ວິກິດການຄ່າຄອງຊີບຮ້າຍແຮງຂຶ້ນ.

ນອກຈາກນັ້ນ, ບົດລາຍງານຍັງລະບຸວ່າ: ກຸ່ມປະເທດເສດຖະກິດທີ່ກຳລັງພັດທະນາອາດຈະມີຄວາມສ່ຽງຕໍ່ກັບຄວາມຜັນຜວນເຫຼົ່ານີ້ ເນື່ອງຈາກລະດັບໜີ້ສິນທີ່ສູງ ແລະ ຄ່າໃຊ້ຈ່າຍໃນການກູ້ຢືມທີ່ເພີ່ມຂຶ້ນ ໄດ້ກາຍເປັນຂໍ້ຈຳກັດໃນການຮັບມືກັບລາຄາສິນຄ້າທີ່ເພີ່ມຂຶ້ນຮອບໃໝ່.

ນອກຈາກນັ້ນ, ບົດລາຍງານຍັງເນັ້ນໜັກເຖິງຄວາມສຳຄັນຂອງການຕິດຕາມກວດກາສະຖານະການຢ່າງຕໍ່ເນື່ອງ, ໂດຍສະເພາະຜົນກະທົບທີ່ຈະເກີດຂຶ້ນຕໍ່ບັນດາປະເທດທີ່ມີເສດຖະກິດອ່ອນແອ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments