Homeຂ່າວຕ່າງປະເທດຍີ່ປຸ່ນ ກຽມປ່ອຍນ້ຳມັນສຳຮອງ ເພື່ອຮັບມືກັບລາຄານ້ຳມັນທີ່ເພີ່ມຂຶ້ນ

ຍີ່ປຸ່ນ ກຽມປ່ອຍນ້ຳມັນສຳຮອງ ເພື່ອຮັບມືກັບລາຄານ້ຳມັນທີ່ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ ຜ່ານມາວ່າ: ທ່ານນາງ ທານາເອະ ທາຄາອິຈິ ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ປະກາດວ່າ: ຍີ່ປຸ່ນຈະເລີ່ມປ່ອຍນ້ຳມັນຈາກຄັງສຳຮອງແຫ່ງຊາດຂອງຕົນໃນວັນ 16 ມີນາ ຈະມາເຖິງນີ້, ເພື່ອຮັບມືກັບການເພີ່ມຂຶ້ນຂອງລາຄານ້ຳມັນແອັດຊັງ ແລະ ຜະລິດຕະພັນນ້ຳມັນອື່ນໆ ທ່າມກາງສະຖານະການຄວາມຂັດແຍ້ງທີ່ເພີ່ມຂຶ້ນໃນຕາເວັນອອກກາງ.

ໜັງສືພິມ Kyodo News ລາຍງານວ່າ: ທ່ານນາງ ທາຄາອິຈິ ໄດ້ຖະແຫຼງກັບນັກຂ່າວໃນວັນທີ 11 ມີນາ ຜ່ານມາວ່າ: ຍີ່ປຸ່ນຈະເລີ່ມຕົ້ນປ່ອຍນ້ຳມັນສຳຮອງຂອງພາກເອກະຊົນໃນປະລິມານທີ່ໃຊ້ໄດ້ເປັນເວລາ 15 ວັນ, ຕາມດ້ວຍນ້ຳມັນສຳຮອງຂອງລັດຖະບານອີກ ເປັນເວລາ 30 ວັນ, ທ່ານກ່າວຕື່ມວ່າ: ຍີ່ປຸ່ນຈະດໍາເນີນການໂດຍບໍ່ຕ້ອງລໍຖ້າການຕັດສິນໃຈຈາກອົງການພະລັງງານສາກົນ (IEA).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments