ສປປ ລາວ ຮັບປະກັນສະໜອງນໍ້າມັນໃຫ້ກັບສັງຄົມສືບຕໍ່ເປັນປົກກະຕິ,ສະນັ້ນປະຊາຊົນບໍ່ໃຫ້ຕື່ນຕົກໃຈ ແລະແຮ່ກັນໄປໃສ່ນໍ້າມັນຈົນເຮັດໃຫ້ລົດຕິດໃນເຂດປໍ້ານໍ້າມັນຕ່າງໆ,ໃນຂະນະດຽວກັນຈົນເຮັດໃຫ້ນໍ້າມັນຂາດປໍ້າ ແລະ ເກີດຄວາມສັບສົນໃນສັງຄົມ.
ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອວັນທີ 11 ມີນາເມື່ອບໍ່ດົນຜ່ານມາວ່າ: ກ່ຽວກັບການປັບໂຄງສ້າງລາຄານໍ້າມັນ ຫຼື ຄຸ້ມຄອງລາຄານໍ້າມັນບໍ່ໃຫ້ຂຶ້ນສູງເກີນໄປ,ເຖິງວ່າລາຄານຳເຂົ້າຈະສູງກໍຕາມ ແຕ່ໃນໂຄງສ້າງອັນທີໜຶ່ງ ທີ່ໄດ້ເຮັດໄປແລ້ວ ໄດ້ມີການຫຼຸດອັນຕາລົງປະມານ 200 ກີບ ຕໍ່ລິດ ຂອງທຸກໆ ປະເພດນໍ້າມັນ,ໃນນັ້ນ,ຍັງໄດ້ມີການປຶກສາຫາລືກັບຂະແໜງການທີ່ກ່ຽວຂ້ອງໃນການຈະນຳໃຊ້ເງິນອຸດໜູນຂອງລັດຖະບານເພື່ອເຮັດໃຫ້ລາຄານໍ້າມັນບໍ່ຂຶ້ນສູງເກີນໄປ,ຊຶ່ງຂະແໜງການທີ່ກ່ຽວຂ້ອງກຳລັງຄິດໄລ່ວ່າຈະຕົກຖືກລິດໜຶ່ງຫຼາຍປານໃດ ໂດຍສະເພາະ ນໍ້າມັນກາຊວນທີ່ຕິດພັນກັບ ການຜະລິດ,ການປູກ,ການຂົນສົ່ງ,ເພື່ອເຮັດໃຫ້ລາຄາສິນຄ້າບໍ່ໜັງຕີງຫຼາຍເກີນໄປ,ສະນັ້ນ ຄິດວ່າກົນໄກດັ່ງກ່າວຈະສາມາດນໍາໃຊ້ໄດ້,ນອກຈາກນັ້ນອັນອື່ນໆ ໃນໂຄງສ້າງລາຄານໍ້າມັນ ພວກເຮົາຈະເບິ່ງຕື່ມວ່າ ຖ້າຈະປັບກາຍກອບທີ່ກົດໝາຍກຳນົດຈະເຮັດແນວໃດຕໍ່ ຊຶ່ງຈະໄດ້ມີການນໍາສະເໜີ ຫາສະພາແຫ່ງຊາດໃນການພິຈາລະນາເພີ່ມເຕີມ ຖ້າຫາກມີຄວາມຈຳເປັນເພີ່ມເຂົ້າມາຕື່ມຈາກມາດຕະການທີ່ກຳລັງຈະຈັດຕັ້ງປະຕິບັດ.

ທ່ານໃຫ້ຮູ້ຕື່ມວ່າ: ກ່ຽວກັບສະພາບການນໍາເຂົ້ານໍ້າມັນ ຄືດັ່ງທີ່ພວກເຮົາໄດ້ເຫັນຂ່າວທາງໂຊຊຽວມີເດຍຂອງບັນດາປະເທດເພື່ອນບ້ານ ແລະ ພາຍໃນປະເທດພວກເຮົາ,ຊຶ່ງໃນໄລຍະຕົ້ນຂອງວິກິດທີ່ເຮັດໃຫ້ລາຄານໍ້າມັນເພີ່ມສູງຂຶ້ນສາຍເຫດເນື່ອງຈາກວ່າໄດ້ມີການປິດເສັ້ນທາງເດີນຂົນສົ່ງເຮືອນໍ້າມັນເຮັດໃຫ້ປະລິມານການສະໜອງນໍ້າມັນກະຈາຍໄປໃນໂລກໄດ້ຫຼຸດລົງເກືອບ20%,ສະນັ້ນ,ແຕ່ລະປະເທດທີ່ມີໂຮງກັ່ນນໍ້າມັນຈຶ່ງໄດ້ສະຫງວນນໍ້າມັນໄວ້ເພື່ອຊົມໃຊ້
ພາຍໃນປະເທດຂອງຕົນເອງ,ເນື່ອງຈາກວ່າສປປ ລາວ ພວກເຮົາບໍ່ມີນໍ້າມັນ ແລະ ໂຮງກັ່ນນໍ້າມັນ,ສະນັ້ນ, ຈຶຶ່ງຈຳເປັນຕ້ອງໄດ້ຊື້ນໍ້າມັນ ສຳເລັດຮູບຈາກ ປະທດອອ້ມຂ້າງ,ຊຶ່ງໃນໄລຍະທີ່ວິກິດ ປະເທດອອ້ມຂ້າງທຼຸກໆປະເທດກໍ່ພົບບັນຫາເຊັນດຽວກັບປະເທດພວກເຮົາກໍຄືພາກັນແຮໄປໃສ່ນໍ້າມັນເຮັດ

ໃຫ້ການແຈກຢາຍນໍ້າມັນຈາກໂຮງກັ່ນຈາກສາງໄປຫາປໍ້າຕ່າງໆບໍ່ທ່ວງທັນເຊັນກັນ ແລະ ເຮັດໃຫ້ການນໍາເຂົ້ານໍ້າມັນຈາກປະເທດເພື່ອນບ້ານເຂົ້າປະເທດເຮົາມີບັນຫາເລື່ອງຂົນສົ່ງທີ່ຈຳກັດລົງເລື່ອງຈຳນວນລົດ ແລະ ນໍ້າມັນເຂົ້າມາຫາສາງຂອງພວກເຮົາແລ້ວ ແຈກຢາຍໄປຫາປໍ້າຕ່າງໆກໍບໍ່ທ່ວງທັນ ເນື່ອງຈາກພາກັນແຮ່ກັນໄປໃສນໍ້າມັນຈໍານວນຫຼວງຫຼາຍໃນເວລາດຽວກັນຈຶ່ງເຮັດໃຫ້ປະລິມານນໍ້າມັນຂາດ
ປໍ້າແບບຊົ່ວຄາວ. ສໍາລັບປະລິມານໃນການນໍາເຂົ້ານໍ້າມັນສະເລ່ຍແຕ່ຕົ້ນເດືອນ ມີນາ ຮອດປັດຈຸບັນ ແມ່ນຫຼຸດລົງບໍ່ຫຼາຍຈາກການນໍາເຂົາປົກກະຕິ ແລະ ຍັງສາມາດຮັບປະກັນໄດ້ຫຼາຍສົມຄວນການສະໜອງນໍ້າມັນໃຫ້ກັບສັງຄົມສືບຕໍ່ເປັນປົກກະຕິ ,ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບໍ່ໃຫ້ຕື່ນຕົກໃຈເກີນໄປ ແລະ ແຮ່ກັນໄປໃສ່ນໍ້າມັນເຮັດໃຫ້ລົດຕິດ ແລະ ເຮັດໃຫ້ນໍ້າມັນຂາດປໍ້າ ຈຶ່ງເຮັດໃຫ້ເກີດຄວາມສັບສົນໃນສັງຄົມຫຼາຍຂຶ້ນ.

