ປັດຈຸບັນ, ການສະໜອງນ້ຳມັນ ພາຍໃນປະເທດ ແມ່ນຍັງຢູ່ໃນເກນທີ່ສາມາດຄວບຄຸມໄດ້ ແລະ ຍັງມີປະລິມານສຳຮອງທີ່ພຽງພໍສຳລັບການຊົມໃຊ້ ໃນໄລຍະໜຶ່ງ, ການນຳເຂົ້າຈາກຕ່າງປະເທດ ສາມາດສະໜອງຂ້ອນຂ້າງໄດ້ປົກກະຕິ, ທີ່ສໍາຄັນ ລັດຖະບານ ໄດ້ມີມາດຕະການສຸກເສີນ ແລະ ສະເພາະໜ້າ ເປັນຕົ້ນ ໄລຍະ 1-30 ວັນ, ໄລຍະ 3-12 ເດືອນ ໄວ້ແລ້ວ ຊຶ່ງບັນດາມາດຕະການດັ່ງກ່າວ ອາດຕ້ອງໄດ້ປັບປຸງໃຫ້ລະອຽດ ແລະ ແທດເໝາະກັບການຜັນແປຂອງສະພາບການໃນແຕ່ລະວັນ, ທັງຈະໄດ້ສືບຕໍ່ຕິດຕາມ ແລະ ວາງມາດຕະການແກ້ໄຂບັນຫາຕ່າງໆ ໃນຕໍ່ໜ້າ ຢ່າງຮອບຄອບ, ຮັດກຸມ ແລະ ທັນກັບສະພາບ ການ.
ໃນວັນທີ 11 ມີນາ 2026 ນີ້, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈຳສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ພ້ອມດ້ວຍ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບສະພາບການສະໜອງນໍ້າມັນເຊື້ອໄຟ ໃຫ້ສັງຄົມໄດ້ຊົມໃຊ້ ມາຍັງພໍ່ແມ່ປະຊາຊົນລາວໃນທົ່ວປະເທດ ຊາບທົ່ວເຖິງກັນວ່າ: ຈາກສະພາບຄວາມບໍ່ສະຫງົບທີ່ເກີດຂຶ້ນ ຢູ່ເຂດຕາເວັນອອກກາງ ຊຶ່ງເປັນເຂດບັນດາປະເທດທີ່ຜະລິດ ແລະ ສົ່ງອອກນໍ້າມັນເຊື້ອໄຟລາຍໃຫຍ່ຂອງໂລກ ນັບແຕ່ທ້າຍເດືອນກຸມພາ 2026 ເຖິງປັດຈຸບັນ ໄດ້ເຮັດໃຫ້ການຜະລິດ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ ຈາກແຫລ່ງດັ່ງກ່າວ ມີຄວາມຈຳກັດ ແລະ ສົ່ງຜົນກະທົບຕໍ່ຫລາຍໆປະເທດໃນໂລກ ລວມທັງ ສປປ ລາວ ພວກເຮົາຢ່າງຫລີກລ່ຽງບໍ່ໄດ້ ໂດຍສະເພາະ ລາຄານໍ້າມັນເຊື້ອໄຟ ທີ່ເພີ່ມສູງຂຶ້ນ ແລະ ປະລິມານຄວາມສາມາດນໍ້າເຂົ້ານໍ້າມັນ ກໍມີທ່າອ່ຽງຫລຸດລົງ, ຖ້າຫາກສະພາບການດັ່ງກ່າວຍັງສືບຕໍ່ແກ່ຍາວ ກໍຈະສົ່ງຜົນກະທົບຫລາຍດ້ານຕໍ່ເສດຖະກິດ-ສັງຄົມ ລວມທັງ ການປະຕິບັດຄາດໝາຍຕ່າງໆ ທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ທ່ານ ສອນໄຊ ສິດພະໄຊ ໄດ້ໃຫ້ຮູ້ວ່າ: ຕໍ່ສະພາບການດັ່ງກ່າວ, ລັດຖະບານ ແມ່ນບໍ່ໄດ້ນິ້ງເສີຍ ໂດຍໄດ້ສົມທົບກັບອົງການປົກຄອງທຸກຂັ້ນ ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງຢ່າງໃກ້ຊິດ ເພື່ອນໍານໍ້າມັນມາສະໜອງໃຫ້ແກ່ສັງຄົມ ແລະ ໂຄງການພັດທະນາຕ່າງໆ ໄດ້ໂດຍພື້ນຖານ ແລະ ພະຍາຍາມບໍ່ໃຫ້ເກີດມີສະພາບການຂາດແຄນນໍ້າມັນ, ທີ່ຜ່ານມາບາງປໍ້າ ແມ່ນນໍ້າມັນຂາດຊົ່ວຄາວ ຍ້ອນການຂົນສົ່ງຈາກສາງ ຫາປໍ້າ ບໍ່ທ່ວງທັນ. ພ້ອມກັນນັ້ນ ກໍໄດ້ສົມທົບກັບບັນດາປະເທດອ້ອມຂ້າງ ທີ່ມີກົນໄກການຮ່ວມມືກັນມາກ່ອນແລ້ວ ເພື່ອຮັບມືກັບສະພາບການທີ່ອາດເກີດຂຶ້ນ ເຖິງວ່າ ລາຄາຈະເພີ່ມຂຶ້ນກໍຕາມ. ສະນັ້ນ, ໃນໂອກາດນີ້ ຈຶ່ງຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງຊ່ວຍກັນປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະ ແມ່ນການຊົມໃຊ້ນໍ້າມັນເຊື້ອໄຟ, ການນຳໃຊ້ຍານພາຫະນະ ໂດຍຫັນໄປນຳໃຊ້ລົດໄຟຟ້າ, ລົດສາທາລະນະ ໂດຍສານມວນຊົນ ແລະ ໃນຕໍ່ໜ້າ ລັດຖະບານ ຈະພິຈາລະນານະໂຍບາຍປິ່ນອ້ອມ ເຊັ່ນ: ການເຮັດວຽກແບບທາງໄກ ເປັນຕົ້ນ. ໃນຂະນະດຽວກັນ ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ຫລື ກັກຕຸນສິນຄ້າ ກໍຄື ນໍ້າມັນເຊື້ອໄຟ ຫາກພົບເຫັນ ການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນສາມາດ ໂທແຈ້ງສາຍດ່ວນ 1510 ແລະ ເວັບໄຊປົກປ້ອງຜູ້ຊົມໃຊ້ WWW.lcp.gov.la ໄດ້.

