Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ເອກອັກຄະລາຊະທູດໄທ ປະຈໍາລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ເອກອັກຄະລາຊະທູດໄທ ປະຈໍາລາວ

ວັນທີ 11 ມີນາ 2026, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກໄທ ປະຈໍາ ສປປ ລາວ ຄົນໃໝ່.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານປະເທດບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ໃນປີ 2025 ທີ່ຜ່ານມາ ສອງປະເທດ ໄດ້ຮ່ວມກັນສະເຫຼີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 75 ປີ ດ້ວຍບັນຍາກາດຟົດຟື້ນ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນແໜ້ນແຟ້ນລະຫວ່າງສອງປະເທດ. ພິເສດໄດ້ມີການຈັດພິທີເປີດນໍາໃຊ້ຂົວມິດ ຕະພາບ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຢ່າງເປັນທາງການໃນວັນທີ 25 ທັນວາ 2025 ໂດຍການເຂົ້າເປັນປະທານຮ່ວມລະຫວ່າງ ທ່ານປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ເຈົ້າຊີວິດ ພ້ອມດ້ວຍພະລາຊິນີ ແຫ່ງ ລາຊະອານາຈັກໄທ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ທີ່ໄດ້ຮັບການແຕ່ງຕັ້ງມາດຳລົງຕຳແໜ່ງເປັນ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ຄົນໃໝ່ ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນດ້ານຕ່າງໆຕະຫລອດໄລຍະຜ່ານມາ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ກະສິກໍາ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ພາຍໃຕ້ຂອບການຮ່ວມມືດ້ານວິຊາການ ລາວ-ໄທ ແລະ ໂຄງການໃນພະລາຊະດໍາລິ.

ໃນຂະນະດຽວກັນ, ທ່ານເອກອັກຄະລາຊະທູດ ນາງ ຄຣອງຂະນິດ ຣັກຈະເລີນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ໂດຍສະເພາະກັບກະຊວງການຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ໄທ ແລະ ລາວ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments