ໃນໄລຍະປີ 2023-2026 ສະພາບການເກີດໄຟໄໝ້ລາມປ່າໃນຂອບເຂດທົ່ວປະເທດ ມີທ່າອ່ຽງຫລຸດລົງ ເນື່ອງຈາກວ່າ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮ່ວມກັບທຸກພາກສ່ວນກ່ຽວຂ້ອງ ເຜີຍແຜ່ນິຕິກຳກ່ຽວຂ້ອງ ແລະ ມີເຄື່ອງມືທີ່ທັນສະໄໝ ຊ່ວຍໃນການແຈ້ງເຕືອນໃຫ້ຮູ້ລ່ວງໜ້າກ່ອນ ທີ່ຈະເກີດໄຟໄໝ້ລາມປ່າ, ທຽບໃສ່ຂໍ້ມູນຈຸດຄວາມຮ້ອນຂອງບັນດາປະເທດໃນອາຊຽນ, ສປປ ລາວ ມີຈຸດຄວາມຮ້ອນຕໍ່າກວ່າໝູ່.

ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວເມື່ອບໍ່ດົນນີ້ວ່າ: ອີງຕາມການວິເຄາະຂໍ້ມູນ ລະບົບຕິດຕາມກວດກາ-ປະເມີນການທຳລາຍປ່າໄມ້ ແລະ ລະບົບຕິດຕາມໄຟໄໝ້ປ່າ ໃນຂອບເຂດທົ່ວປະເທດ ຜ່ານລະບົບດາວທຽມ ແລະ ການລົງສຳຫລວດພາກສະໜາມ ເພື່ອຕິດຕາມກວດກາການທໍາລາຍປ່າໄມ້, ພື້ນທີ່ເກີດໄຟໄໝ້ປ່າ ແລະ ການປ່ຽນແປງການນຳໃຊ້ທີ່ດິນ ໃນໄລຍະກາງເດືອນມັງກອນ ຫາ ວັນທີ 14 ກຸມພາ 2026 ທົ່ວປະເທດມີຈຸດຄວາມຮ້ອນຈາກໄຟໄໝ້(ລວມທັງໄຟທີ່ປະຊາຊົນຈູດຂຶ້ນ ແລະ ໄຟໄໝ້ປ່າ) ທັງໝົດ 761 ຈຸດ ທຽບໃສ່ໄລຍະດຽວກັນຂອງປີ 2025 ຫລຸດລົງ 34.57% (ປີ 2025 ມີ 1.163 ຈຸດ), ໃນປີນີ້ຝົນມາໄວ ແລະ ສະພາບອາກາດບໍ່ຮ້ອນອົບເອົ້າເຮັດໃຫ້ຈຸດຄວາມຮ້ອນ ແລະ ໄຟໄໝ້ປ່າຫລຸດລົງ. ເຖິງຢ່າງໃດກໍຕາມ ຄ່າຂອງຝຸ່ນລະອອງ PM 2.5 ຍັງມີທ່າອ່ຽງເພີ່ມຂຶ້ນ ອາດເປັນຜົນມາຈາກໜອກຄວັນຂ້າມແດນ ຂອງບັນດາປະເທດເພື່ອນບ້ານ. ສໍາລັບປະກົດການໄຟໄໝ້ລາມປ່າໃນ ສປປ ລາວ ມັກຈະເກີດຂຶ້ນໃນຊ່ວງເດືອນກຸມພາ ຫາ ເມສາ ຂອງທຸກໆປີ ສາເຫດຕົ້ນຕໍ ເກີດຈາກກິດຈະກໍາຂອງມະນຸດ ເຊັ່ນ: ການອະນາໄມ ແລະ ກະກຽມພື້ນທີ່ ເພື່ອທຳການຜະລິດກະສິກໍາ, ການອະນາໄມຄັງລ້ຽງສັດ (ຈູດຫຍ້າເພື່ອລ້ຽງສັດ), ຈູດເພື່ອຊອກຢູ່ຫາກິນ (ເກັບເຫັດປ່າ ແລະ ລ່າສັດ) ຊຶ່ງການຈູດດັ່ງກ່າວ, ແມ່ນເຮັດແບບປະຖົມປະຖານ, ບໍ່ເຮັດຕາມເຕັກນິກວິຊາການ, ບໍ່ມີການຄວບຄຸມ ແລະ ຈູດພ້ອມກັນເປັນພື້ນທີ່ໃຫຍ່ຫລາຍຕອນ ໂດຍບໍ່ມີການສ້າງແລວກັນໄຟ.

ທ່ານ ສົມຫວັງ ພິມມະວົງ ຍັງໃຫ້ຮູ້ອີກວ່າ: ສຳລັບ ມາດຕາການ ແລະ ວິທີການແກ້ໄຂ ໃນຕໍ່ໜ້າແມ່ນສະ ເໜີໃຫ້ອົງການປົກຄອງທ້ອງຖິ່ນ (ແຂວງ, ເມືອງ ແລະ ບ້ານ) ສືບຕໍ່ເອົາໃຈໃສ່ຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 11/ນຍ, ແຈ້ງການ ເລກທີ 0120/ກສ ແລະ ນິຕິກຳອື່ນ ທີ່ກ່ຽວຂ້ອງ ໂດຍສະເພາະ ບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ ໃນຂອບເຂດຄວາມຮັບຜິດຊອບຕົນ ຢ່າງເປັນປົກກະຕິ ແລະ ມີປະສິທິພາບ, ພ້ອມທັງລາຍງານຂັ້ນເທິງຕົນ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນນາມເສນາທິການໃຫ້ ລັດຖະບານ ກໍຄື ຂະແໜງການກ່ຽວຂ້ອງຮັບຊາບ; ດໍາເນີນການຝຶກອົບຮົມ ດ້ານວິຊາການກ່ຽວກັບວິທີການນຳໃຊ້ລະບົບການຕິດຕາມ, ກວດກາຈຸດຄວາມຮ້ອນ, ພື້ນທີ່ໆຖືກຜົນກະທົບຈາກໄຟປ່າ, ເຕັກນິກການດັບໄຟປ່າ ແລະ ການຕິດຕາມ ກວດກາ ແລະ ປະເມີນ ການທໍາລາຍປ່າໄມ້ ດ້ວຍລະບົບ PDMS ໃນຂອບເຂດທົ່ວປະເທດ; ຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດຂອງຄະນະຮັບຜິດຊອບ ທີ່ໄດ້ແຕ່ງຕັ້ງໂດຍສະເພາະ ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໃນການລົງເຄື່ອນໄຫວຈັດຕັ້ງປະຕິບັດຢູ່ບັນດາແຂວງ, ເມືອງ ແລະ ບ້ານເປົ້າໝາຍ ໂດຍສະເພາະ ວຽກເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ; ດຳເນີນການສຳຫລວດ, ກວດກາຄືນ ແລະ ແກ້ໄຂ ບັນຫາການຈັບຈອງ, ບຸກລຸກ ແລະ ການອອກເອກະສານສິດນຳໃຊ້ທີ່ດິນປ່າໄມ້, ການດໍາເນີນໂຄງການ ທີ່ບໍ່ຖືກຕ້ອງສອດຄ່ອງຕາມການອະນຸມັດ ແລະ ລະເມີດກົດໝາຍ ເພື່ອສະເໜີມາດຕະການ ຢ່າງເຂັ້ມງວດ; ສ້າງແຜນດຳເນີນງານ ການຄຸ້ມຄອງໄຟປ່າ ແລະ ແຜນດຳເນີນງານ ລະບົບຕິດຕາມກວດການປ່າໄມ້ແຫ່ງຊາດ ໃນ ສປປ ລາວ ໃຫ້ສຳເລັດໃນທ້າຍ ປີ 2026.

