ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ມີນາ ຜ່ານມາວ່າ: ມີຫຼາຍອົງການຈັດຕັ້ງ ແລະ ສື່ມວນຊົນສາກົນໄດ້ເນັ້ນໜັກວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດໃນອາຊຽນ, ເມື່ອຍົກບັນດາການຕີລາຄາຢ່າງຕັ້ງໜ້າກ່ຽວກັບເສດຖະກິດຂອງ ຫວຽດນາມ ໃນເດືອນກຸມພາຜ່ານມາ. ເວັບໄຊ Investing.com ໄດ້ຄັດຂໍ້ມູນ ຂອງ S&P Global ໂດຍໃຫ້ຮູ້ວ່າ: ຂະແໜງການຜະລິດຂອງ ຫວຽດນາມ ເປີດສາກປີ 2026 ດ້ວຍທ່າເຕີບໂຕແຮງ ເມື່ອປະລິມານ ແລະ ໃບສັ່ງຊື້ສິນຄ້າໃໝ່ລ້ວນແຕ່ເພີ່ມຂຶ້ນ.
ໃນຂະນະດຽວກັນ, ຫ້ອງວ່າການຄົ້ນຄວ້າເສດຖະກິດມະຫາພາກ ອາຊຽນ + 3 (AMRO) ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ຈະສືບຕໍ່ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນພາກພື້ນ ຍ້ອນມີທ່າໄດ້ປຽບໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ, ຄວາມສາມາດດຶງດູດ FDI ແລະ ການພັດທະນາ ຂອງການສົ່ງອອກເຕັກໂນໂລຊີສູງ.
ເວັບໄຊ Seeking Alpha ຖືວ່າ ຫວຽດນາມ ໄດ້ພົ້ນເດັ່ນຂຶ້ນແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດໃນອາຊຽນ, ດ້ວຍກຳລັງໜູນຫຼັກຈາກການຜະລິດ ແລະ ສົ່ງອອກ. ການຫັນປ່ຽນໄປສູ່ບັນດາຂະແໜງເອເລັກໂຕຣນິກ ແລະ ເຄື່ອງຈັກ ໄດ້ປັບປຸງບົດບາດ ຂອງ ຫວຽດນາມ ໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ.
ອົງການຈັດຕັ້ງ Growth Lab ສັງກັດ ມະຫາວິທະຍາໄລ Harvard Kennedy ສະຫະລັດ ອາເມຣິກາ ລະບຸວ່າ: ຫວຽດນາມ ອາດສາມາດກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດແຖວໜ້າໂລກ ກ່ຽວກັບການເຕີບໂຕ GDP ສະເລ່ຍຕໍ່ຫົວຄົນໃນທົດສະວັດຈະມາເຖິງ ດ້ວຍຄວາມສາມາດຜະລິດນັບມື້ນັບມີຫຼາຍຮູບຫຼາຍແບບ.

