Homeຂ່າວຕ່າງປະເທດມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນ ເພີ່ມຂຶ້ນ 18.3%

ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນ ເພີ່ມຂຶ້ນ 18.3%

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 10 ມີນາ ຜ່ານມາ, ອົງການພາສີແຫ່ງຊາດຈີນໄດ້ເປີດເຜີຍໂຕເລກການຄ້າຕ່າງປະເທດ ຊຶ່ງສະ​ແດງ​ໃຫ້​ເຫັນ​ວ່າໃນ 2 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນ​ເພີ່ມ​ຂຶ້ນ 18.3% ທຽບໃສ່ໄລຍະດຽວກັນ ຂອງປີກາຍ.

ໃນ​ນີ້, ມູນຄ່າສົ່ງອອກບັນລຸ 4,620 ຕື້ຢວນ, ເພີ່ມຂຶ້ນ 19.2%; ມູນຄ່ານຳເຂົ້າບັນລຸ 3,110 ຕື້ຢວນ, ເພີ່ມຂຶ້ນ 17.1%. ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນ​ບັນ​ລຸ 1,240 ຕື້ຢວນ, ເພີ່ມຂຶ້ນ 20.3%; ​ມູນຄ່າການຄ້າ ລະຫວ່າງຈີນກັບສະຫະພາບເອີຣົບ​​ບັນ​ລຸ 998 ​ຕື້ 940 ລ້ານຢວນ, ເພີ່ມຂຶ້ນ 19.9%; ມູນຄ່າການຄ້າລະຫວ່າງຈີນກັບອາເມຣິກາ​ ບັນ​ລຸ 609 ​ຕື້ 710 ລ້ານຢວນ, ຫຼຸດລົງ 16.9%.

ໃນໄລຍະດຽວກັນ, ​ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກ​ລະ​ຫວ່າງຈີນກັບບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸ 4,020 ຕື້ຢວນ, ເພີ່ມຂຶ້ນ 20%

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments