ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 9 ມີນາ ຜ່ານມາວ່າ: ອົງການສະຖິຕິ ຣັດເຊຍ (Rosstat) ໄດ້ຮັບຮູ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ຣັດເຊຍ ບັນລຸມູນຄ່າ 2,556 ຕື້ໂດລາ. ໂຕເລກດັ່ງກ່າວໄດ້ນຳປະເທດ ຣັດເຊຍ ຈັດອັນດັບທີ 8 ໃນຕາຕະລາງບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.
Rosstat ລະບຸວ່າ: ສະຫະລັດ ອາເມຣິກາ ຍັງນໍາໜ້າຕາຕະລາງ ດ້ວຍ 30,800 ຕື້ໂດລາ, ຈີນ ຢູ່ອັນດັບທີ 2 ດ້ວຍ 19,800 ຕື້ໂດລາ, ເຢຍລະມັນ ອັນດັບທີ 3 ດ້ວຍ 5.050 ຕື້ໂດລາ ແລະ ຍີ່ປຸ່ນ ອັນດັບທີ 4 ດ້ວຍ 4,400 ຕື້ໂດລາ.
ບັນດານັກວິເຄາະຖືວ່າ: ການກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກຂອງ ຣັດເຊຍ ແມ່ນຍ້ອນການຟື້ນຟູພາຍຫຼັງວິກິດການ ແລະ ຄວາມສາມາດຮັບມືກັບບັນດາເງື່ອນໄຂໃໝ່. ສິ່ງທີ່ໜ້າສົນໃຈ, ການສະສົມຄຳຂອງ ຣັດເຊຍ ໄດ້ເພີ່ມຂຶ້ນລະດັບສະຖິຕິເກືອບ 130 ຕື້ໂດລາ ໃນປີ 2025, ຈາກ 195 ຕື້ກວ່າໂດລາ ຂຶ້ນເປັນ 326 ຕື້ກວ່າໂດລາ.

