ໃນວັນທີ 10 ມີນາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Ambra Dickie ເອກອັກຄະລັດຖະທູດ ການາດາ ປະຈໍາອາຊຽນ ທີ່ ຈາກາກຕາ, ອິນໂດເນເຊຍ.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ການາດາ ຕະຫລອດໄລຍະຜ່ານມາ ກໍຄື ການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ການາດາ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ການາດາ ສະບັບປີ 2021-2025. ພ້ອມນີ້, ຍັງໄດ້ປຶກສາຫາລື ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສືບຕໍ່ເນັ້ນຢໍ້າຄວາມໝາຍໝັ້ນຮ່ວມກັນໃນການຮັບຮອງເອົາແຜນປະຕິບັດງານອາຊຽນ-ການາດາ ສະບັບປີ 2026-2030, ການເລັ່ງລັດຂະບວນການເຈລະຈາເຂດການຄ້າເສລີອາຊຽນ-ການາດາ (ACAFTA) ລວມເຖິງການກະກຽມໃຫ້ແກ່ການສະເຫລີມສະຫລອງການພົວພັນຮ່ວມມືອາຊຽນ-ການາດາ ຄົບຮອບ 50 ປີ ໃນປີ 2027 ແລະ ການຮັດແໜ້ນການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ, ພະລັງງານສະອາດ, ບໍ່ແຮ່, ການສຶກສາ ແລະ ການສ້າງຂີດຄວາມສາມາດ, ການພັດທະນາແບບຍືນຍົງ ແລະ ການທ່ອງທ່ຽວແບບອະນຸລັກ.
ໂອກາດນີ້, ທ່ານ ເອກອັກຄະລັດຖະທູດ ການາດາ ປະຈໍາອາຊຽນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການພົວພັນຮ່ວມມືອັນດີ ໃນນາມປະເທດປະສານງານໃຫ້ແກ່ການພົວພັນຮ່ວມມືອາຊຽນ-ການາດາ ສໍາລັບສົກປີ 2024-2027 ພ້ອມທັງສະແດງຄວາມໝາຍໝັ້ນໃນການສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືອາຊຽນ-ການາດາ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ.

