ຄະນະຜູ້ແທນກະຊວງການເງິນ ນໍາໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລື ຮ່ວມກັບ ສໍານັກງານສົ່ງເສີມການລົງທຶນ (Invest HK) ເຂດປົກຄອງພິເສດຮົງກົງ, ສປ ຈີນ ເພື່ອຫາລືແລກປ່ຽນປະສົບການ ໃນການສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ສຶກສາແລກປ່ຽນການປະຕິບັດນະໂຍບາຍພາສີ-ອາກອນ ແລະ ການປະຕິບັດນະໂຍບາຍພັນທະຄ່າທໍານຽມ ໃຫ້ແກ່ບັນດາບໍລິສັດນັກລົງທຶນຂະໜາດນ້ອຍ ແລະ ຂະໜາດໃຫຍ່.
ການພົບປະຄັ້ງນີ້, ສອງຝ່າຍໄດ້ພ້ອມກັນປຶກສາຫາລືແລກປ່ຽນແນວທາງການຈັດຕັ້ງ ປະຕິບັດນະໂຍບາຍການເງິນສີຂຽວ, ສິນເຊື່ອກາກບອນ, ນະໂຍບາຍການສົ່ງເສີມພັນທະບັດສີຂຽວ ແລະ ອື່ນໆ ຊຶ່ງຖືເປັນອີກເວທີໜຶ່ງ ໃນການຊຸກຍູ້ສົ່ງເສີມ ຜັນຂະຫຍາຍການຮ່ວມມື ໃນການລົງທຶນທາງດ້ານການເງິນ ແລະ ສົ່ງເສີມຕະຫລາດຄໍາ ອອກສູ່ຕະຫລາດສາກົນ, ສຶກສາແລກປ່ຽນນະໂຍບາຍການຊື້-ຂາຍ ຄໍາໃນຕະຫລາດສາກົນ, ການຊໍາລະສະສາງຕ່າງໆ ແລະ ສາງຄວາມປອດໄພໃນການເກັບຮັກສາຄໍາ.

ຜົນໄດ້ຮັບໃນການປຶກສາຫາລືແລກປ່ຽນບົດຮຽນຄັ້ງນີ້, ເຫັນວ່າສໍານັກງານສົ່ງເສີມການລົງທຶນ ເປັນອົງການໜຶ່ງທີ່ສໍາຄັນຂອງລັດຖະບານເຂດປົກຄອງພິເສດຮົງກົງ ສປ ຈີນ ທີ່ເຮັດໜ້າທີ່ເປັນຜູ້ຊຸກຍູ້ສົ່ງເສີມນັກລົງທຶນທັງ ພາຍໃນ ແລະ ຕ່າງປະເທດ, ທັງເປັນຜູ້ຈັດຕັ້ງ ປະຕິບັດນະໂຍບາຍຂອງລັດຖະບານ ເພື່ອສ້າງລາຍຮັບ ແລະ ຜົນປະໂຫຍດອັນສູງສຸດໃຫ້ແກ່ລັດຖະບານ ເຂດປົກຄອງພິເສດຮົງກົງ ສປ ຈີນ. ໃນນັ້ນ, ສາມາດສຶກສາໄດ້ວ່າ ເຂດປົກຄອງພິເສດຮົງກົງ ສປ ຈີນ ເປັນສູນລວມທາງດ້ານການເງິນ ແລະ ການລົງທຶນສາກົນ ເປັນປະຕຸດ່ານໜ້າເຂົ້າສູ່ຕະຫລາດສາກົນ ທີ່ມີບັນດາບໍລິສັດໃຫຍ່ໆຈາກທົ່ວໂລກ ໃຫ້ຄວາມສໍາຄັນໃນການລົງທຶນໃນຂົງເຂດການເງິນ ແລະ ຕະຫລາດຄໍາສາກົນ ແລະ ເຫັນວ່າເປັນບາດກ້າວອັນສໍາຄັນໃນການສ້າງຜົນປະໂຫຍດໃຫ້ແກ່ ສປປ ລາວ ແລະ ສາມາດຜັນຂະຫຍາຍການຮ່ວມມື ຊຸກຍູ້ສົ່ງເສີມການລົງທຶນໃນຂະແໜງການເງິນ, ຂະແໜງອຸດສາຫະກໍາຄໍາ, ການເງິນສີຂຽວ, ພັນທະ ບັດສີຂຽວ, ສິນເຊື່ອກາກບອນ ແລະ ບັນດາຂະແໜງການອື່ນໆ ຢູ່ ສປປ ລາວ ໃນອານະຄົດຂ້າງໜ້າ.
ໃນໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງການເງິນ ຍັງໄດ້ພົບປະກັບບັນດາສະຖາບັນການເງິນ ສໍາຄັນຂອງເຂດປົກຄອງພິເສດຮົງກົງ ສປ ຈີນ ຈຳນວນໜຶ່ງຕື່ມອີກ.
ຂ່າວ: ກະຊວງການເງິນ

