ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ນາງ ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະໄໝທີ 57 ຂອງຄະນະກຳມາທິການສະຖິຕິ ແລະ ກອງປະຊຸມຫົວຂໍ້ປິ່ນອ້ອມ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ນິວຢອກ ສະຫະລັດອາເມລິກາ ຊຶ່ງເປັນເວທີປຶກສາຫາລືປະຈຳປີລະດັບສູງຂອງຫົວໜ້າອົງການສະຖິິຕິເພື່ອກໍານົດທິດທາງ, ແລກປ່ຽນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ເສີມສ້າງການຮ່ວມມື ສືບຕໍ່ຜະລິດຂໍ້ມູນສະຖິຕິທີ່ມີຄຸນນະພາບ, ສະຖິຕິສາມາດຕອບສະໜອງການກໍານົດນະໂຍບາຍ ແລະ ການພັດທະ ນາຢ່າງຍືນຍົງໃນລະດັບໂລກ, ພາກພື້ນ ແລະ ປະເທດ.
ໂອກາດດັ່ງກ່າວ, ຄະນະຜູ້ແທນ ສປປ ລາວ ໄດ້ປະກອບຄຳເຫັນ ໂດຍລາຍງານຄວາມຄືບໜ້າວຽກງານສະຖິຕິໃນຂົງເຂດຕ່າງໆ ແລະ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການປັບປຸງມາດຕະຖານດ້ານວຽກງານສະຖິຕິເສດຖະກິດ, ສັງຄົມ ແລະ ສະຖິຕິສິ່ງແວດລ້ອມ ເພື່ອຕອບສະໜອງຂໍ້ມູນສໍາຄັນໃນການຕີລາຄາການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເປົ້າໝາຍການພັດທະນາແບບຍືນຍົງ, ທັງເຂົ້າຮ່ວມຂະບວນການປະຕິບັດຫລັກການ ແລະ ມາດຕະຖານດ້ານສະຖິຕິ. ພິເສດຄະນະຜູ້ແທນໄດ້ເຂົ້າຮ່ວມປະກອບຄຳເຫັນ ກ່ຽວກັບການຈັດຕັ້ງປະຕິບັດ ການຄິດໄລ່ສະຖິຕິຕົວຊີ້ບອກດ້ານຄວາມຢູ່ດີກິນດີ ແລະ ຕົວຊີ້ບອກດ້ານສັງຄົມ ແລະ ສິ່ງແວດລ້ອມອື່ນໆທີ່ສຳຄັນ ຄຽງຄູ່ກັບຕີລາຄາການຂະຫຍາຍຕົວ ລວມຍອດຜະລິດລະພັນ GDP.

ນອກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ພົບປະສອງຝ່າຍ ການຮ່ວມມືດ້ານວິຊາການສະຖິຕິ ກັບຄະນະຜູ້ແທນຈາກສະຖິຕິລຸກຊຳບວກ, ອີຕາລີ, ສສ ຫວຽດນາມ ແລະ ກຳປູເຈຍ ເພື່ອປຶກສາຫາລື ທົບທວນໂຄງການ ແລະ ແຜນການຈັດຕັ້ງປະຕິບັດ ບັນດາກິດຈະກຳຮ່ວມມືໃນຂົງເຂດວຽກງານສະຖິຕິໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ຄະນະຜູ້ແທນໄດ້ເຂົ້າພົບ ແລະ ລາຍງານວຽກງານສະຖິຕິ ໂດຍສະເພາະໃນນາມກອງເລຂາແຫ່ງຊາດ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຕໍ່ປະທານ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດທີ່ ນິວຢອກ ຕື່ມອີກ.
ຂ່າວ: ກະຊວງການເງິນ

