Homeຂ່າວພາຍໃນເປີດມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI

ເປີດມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI

ມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026 (Book Festival VI, 2026) ພາຍໃຕ້ຄຳຂວັນ: “ໜັງສືເຊື່ອມໂຍງວັດທະນະທຳ Books Connecting Culture” ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 10-15 ມີນາ 2026 ຢູ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການຮ່ວມຈັດງານລະຫວ່າງສຳນັກພິມດີບຸກ ກັບ ມະຫາວິທະຍາໄລແຫ່ງຊາດ ແລະ ກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ.

ທ່ານ ສົມໄໝ ພົມມະຈັນ ອຳນວຍການສຳນັກພິມດີບຸກ ໄດ້ໃຫ້ຮູ້ວ່າ: ມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງນີ້, ມີຫ້ອງວາງສະແດງ ທັງໝົດ 75 ຫ້ອງ. ໃນນີ້, ມີຫ້ອງວາງສະແດງ ຈາກສະຖານທູດຫວຽດນາມ, ການາດາ, ອິນເດຍ ແລະ ກຳປູເຈຍ ແລະ ອີກຫລາຍໆພາກສ່ວນສາກົນ ໄດ້ນໍາເອົາວັດທະນະທຳ ແລະ ແຫລ່ງທຶນການສຶກສາ ມາເປີດໂລກໃຫ້ແກ່ຊາວໜຸ່ມລາວ ຕື່ມອີກ. ງານ ຄັ້ງນີ້, ຍັງເປັນເວທີທີ່ສອດຄ່ອງກັບແຜນຍຸດທະສາດການພັດທະນາຊັບພະຍາກອນ ມະນຸດຂອງລັດ ຖະບານ ເພື່ອສົ່ງເສີມໃຫ້ປະຊາກອນລາວ 2 ໃນ 3 ກາຍເປັນຜູ້ທີ່ຮັກການອ່ານ ພາຍໃນປີ 2030; ທັງເປັນການສົ່ງເສີມວັດທະນະທຳການອ່ານ ແລະ ຍົກລະດັບວົງການໜັງສືລາວສູ່ເວທີສາກົນ ແລະ ເປັນການຮ່ວມສະເຫລີມສະຫລອງວັນສຳຄັນຕ່າງໆ ເຊັ່ນ: ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ, ວັນແມ່ຍິງສາກົນ, ວັນກະວີໂລກ ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ອີກດ້ວຍ.

ພາຍໃນງານດັ່ງກ່າວ, ນອກຈາກຈຳໜ່າຍໜັງສືແລ້ວ, ຍັງມີກິດຈະກຳຕ່າງໆອີກຫລາຍລາຍການ ເຊັ່ນ: ການເປີດໂຕປຶ້ມໃໝ່ 18 ເຫລັ້ມ, ການເສວະນາ ແລະ ບັນຍາຍພິເສດ 8 ລາຍການ (ຈາກນັກທຸ ລະກິດ, ນັກຂຽນລາງວັນຊີໄຣ ແລະ ວິທະຍາກອນຊົງຄຸນວຸທິ). ພ້ອມນີ້, ຍັງຈະເປີດໂຄງການ “ເສີມສ້າງຄວາມພ້ອມດ້ານການລົງທຶນ ສຳລັບຜູ້ປະກອບການຍິງ ໃນ ສປປ ລາວ”, ກິດຈະກຳເດີນແບບປຶ້ມ ແລະ ການສະແດງສິລະປະວັດທະນະທຳຈາກນ້ອງນັກຮຽນ-ນັກສຶກສາ.

ງານມະຫະກຳໜັງສື ແລະ ວັດທະນະທຳນານາຊາດ ຄັ້ງທີ VI ປະຈຳປີ 2026 ເລີ່ມເປີດເວລາ 09:00-17:00 ໂມງ, ເປີດໃຫ້ເຂົ້າຮ່ວມທ່ຽວຊົມ, ຊື້ໜັງສື ແລະ ຮ່ວມກິດຈະກຳຕ່າງໆໄດ້ ໂດຍບໍ່ມີຄ່າເຂົ້າຊົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments