Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ແຂວງບໍ່ແກ້ວ

ຮອງນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ແຂວງບໍ່ແກ້ວ

ໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງບໍ່ແກ້ວ ວັນທີ 8 ມີນາ 2026 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ພ້ອມຄະນະ ໄດ້ລົງຕິດຕາມຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ແຂວງບໍ່ແກ້ວ ໂດຍສະເພາະ ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ຫ້ວຍຊາຍນ້ອຍ ຫາຫ້ວຍແອ່ນ (ຂົວຂ້າມນ້ຳຂອງກອນຕືນ) ເມືອງປາກທາ.

ການລົງຢ້ຽມຢາມຄັ້ງນີ້, ຜູ້ຕາງໜ້າໂຄງງານດັ່ງກ່າວ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ຫ້ວຍຊາຍນ້ອຍ ຫາຫ້ວຍແອ່ນ ເປັນເສັ້ນທາງບຸລິມະສິດສໍາຄັນ ໃນການຂົນສົ່ງສິນຄ້າ ເພື່ອເຊື່ອມຕໍ່ຫາແຂວງໄຊຍະບູລີ ລົງສູ່ນະຄອນຫລວງວຽງຈັນ ຊຶ່ງມີລວງຍາວ 53 ກິໂລແມັດ, ໜ້າທາງກວ້າງ 8 ແມັດ, ປູຢາງ 7 ແມັດ, ມີມູນຄ່າການກໍ່ສ້າງປະມານ 318 ກວ່າຕື້ກີບ ໂດຍແມ່ນກຸ່ມບໍລິສັດ ດວງຈະເລີນ ເປັນຜູ້ຮັບເໝົາກໍ່ສ້າງ, ໄລຍະການຈັດຕັ້ງປະຕິບັດວຽກ 48 ເດືອນ, ໂຄງການເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 3 ກໍລະກົດ 2023 ຫາ 2 ກໍລະກົດ 2027 ແລະ ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ຈຸດຄຸ້ມມີໄຊສະຫວ່າງ ຫາບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ຄວາມຍາວກວ່າ 3 ກິໂລແມັດ.

ໃນໂອກາດກັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳພາກສ່ວນກ່ຽວຂ້ອງ ເພີ່ມທະວີການຮ່ວມມື ແລະ ປະສານງານກັນຢ່າງໃກ້ຊິດ ເພື່ອດຳເນີນແຕ່ລະໜ້າວຽກ ໃຫ້ສຳເລັດຕາມແຜນການ; ໃຫ້ຄຳນຶງເຖິງຄຸນນະພາບຂອງວຽກງານເປັນຫລັກ, ມີການຄຸ້ມຄອງ ແລະ ກວດກາຢ່າງເຂັ້ມງວດ ເພື່ອໃຫ້ໂຄງການກໍ່ສ້າງເສັ້ນທາງ ແລະ ຕະຝັ່ງເຈື່ອນມີຄຸນນະພາບ, ຖືກຕ້ອງຕາມເຕັກນິກ ແລະ ສາມາດນຳໃຊ້ໄດ້ຍາວນານ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments