ໃນໂອກາດວັນແມ່ຍິງສາກົນ ວັນທີ່ 8 ມີນາ ຄົບຮອບ 116 ປີ, ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນແມ່ຍິງສາກົນ ຕິດພັນກັບການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ລາວ-ຈີນ (ວັນທີ 25 ເມສາ) ຄົບຮອບ 65 ປີ ຂຶ້ນໃນວັນທີ 6 ມີນາ ຜ່ານມານີ້, ມີທ່ານ ຈາງ ເສີ້ ພີງ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ, ມີທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ພ້ອມດ້ວຍ ແຂກຖືກເຊີນຈາກ 6 ແຂວງເຂົ້າຮ່ວມ.

ທ່ານ ນາງ ຈາງເຮີຊູນ (Zhang Hequn) ຮອງກົງສູນໃຫຍ່ ສປ ຈີນ ປະຈໍາ ພາກເໜືອ ແຂວງຫຼວງພະບາງ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງແມ່ຍິງ ໃນການພັດທະນາເສດຖະກິດ-ສັງຄົມ ຂອງທັງສອງຊາດ ຈີນ-ລາວ. ພ້ອມດຽວກັນນັ້ນ, ທ່ານໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ຈີນ ແລະ ລາວ ໃນໄລຍະ 65 ປີ ຜ່ານມາ, ໂດຍສະເພາະການຮ່ວມມືສົ່ງເສີມ ຄວາມສະເໝີພາບທາງເພດ ແລະ ການພັດທະນາແມ່ຍິງ. ຈາກນັ້ນ, ທ່ານ ນາງ ວຽນວິໄລ ດີລະພັນ ໄດ້ຕາງໜ້າຜູ້ເຂົ້າຮ່ວມ ສະແດງຄວາມຂອບໃຈ ຕໍ່ການຈັດກິດຈະກຳໃນຄັ້ງນີ້ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ຂອງສາທາລະນະລັດປະຊາຊົນຈີນ ທີ່ມີຕໍ່ການພັດທະນາແມ່ຍິງລາວ ໃນໄລຍະຜ່ານມາ.

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະ ວັນນະຄະນະດີ ທີ່ສອງຊາດ ລາວ-ຈີນ, ຈີນ-ລາວ ຊຶ່ງສະແດງເຖິງຜົນງານ ແລະ ບົດບາດຂອງແມ່ຍິງ ໃນການພັດທະນາປະເທດຊາດ ແລະ ການພົວພັນຮ່ວມມື ລາວ-ຈີນ, ຈີນ-ລາວ.

